ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບ ສະມາຊິກສະພາສູງ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບ ສະມາຊິກສະພາສູງ ອາເມລິກາ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບສະມາຊິກສະພາສູງ ອາເມລິກາ

ຕອນ​ບ່າຍ​ວັນ​ທີ 19/1, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ​ ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະມາຊິກ​ສະພາ​ສູງ​ ອາ​ເມ​ລິ​ກາ ​ໂດຍ​ທ່ານ​ Jonh McCain  ສະມາ​ຊິກ​ສະພາ​ສູງນຳ​ໜ້າທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ​ໃນ​ການຜັນ​ຂະຫຍາຍນະ​ໂຍບາຍ ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ຫັນ​ເປັນຫຼາຍ​ຝ່າຍ, ​ຫຼາຍ​ຮູ​ບຫຼາຍ​ແບບ, ຕັ້ງໜ້າ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ຍາມ​ໃດ​ຫວຽດນາມກໍ່​ຖື​ເປັນ​ສຳຄັນການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ບົນພື້ນຖານ​ຫຼັກການ​ເຄົາລົບ​ນັບຖື​ອະທິປະ​ໄຕ​ແຫ່ງ​ຊາດ, ສະ​ເໝີ​ພາບ, ທັງ 2 ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ ກົດໝາຍ​ຂອງ​ແຕ່ລະ​ປະ​ເທ​ດ​. ຫວຽດນາມ​ສືບ​ຕໍ​່ຖື ອາ​ເມ​ລິ​ກາ ​ແມ່ນ​ໜຶ່ງ ​ໃນ​ບັນດາ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ, ຫວັງ​ວ່າ 2 ປະ​ເທດ​ຈະ​ຍົກ​ສູງ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນກ່ວາ​ອີກ ​ແລະ ສະ​ເໜີ​​ໃຫ້​ບັນດາ​ສະມາຊິກ​ສະພາສູງ​ມີ​ການ​ກະທົບ​ເພື່ອ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ​ ຮັບ​ຮູ້​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ​ແລະ ມອບ​ຂໍ້​ກຳນົດ​ບຸລິມະສິດ​ດ້ານ​ພາສີ (GSP) ​ໃຫ້​ແກ່​ຫວຽດນາມ​ໂດຍ​ໄວ.

ທ່ານ Jonh McCain  ​ໄດ້​ຢືນຢັນ​ຈະສະໜັບສະໜູນ 2 ປະ​ເທດຍົກ​ລະດັບການ​ພົວພັນຕາມ​ທິດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ: ​ເສດຖະກິດ, ການ​ຄ້າ, ການ​ສຶກສາ​ບຳລຸງ​ສ້າງ, ຮ່ວມ​ມື​ດ້ານ​ມະນຸດສະທຳ… ​ແລະ ຈະ​ຊຸກ​ຍູ້​ການ​ຂົນຂວາຍ​ລັດຖະບານ​ອາ​ເມ​ລິ​ກາຮັບ​ຮູ້​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ​ແລະ ມອບ​ຂໍ້​ກຳນົດ​ບຸລິມະສິດ​ດ້ານ​ພາສີ (GSP) ​​ໃຫ້​ແກ່​ຫວຽດນາມ ກໍ່​ຄື​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ຫວຽ​ດນາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.

ກ່ອນ​ໜ້າ​ນັ້ນ, ຢູ່​ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​Jonh McCain ສະມາ​ຊິກ​ສະພາສູງ ອາ​ເມ​ລິ​ກາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຖື​ວ່າ: ນັບ​ແຕ່​ເມື​່ອ ສ້າງ​ການ​ພົວພັນ, ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ການ ​ເປັນ​ປົກກະຕິ ​ໄດ້​ມີ​ການ​ພັດທະນາອັນ​ດີ​ງາມ​ໃນ​ທຸກ​ໆ​ຂົງ​ເຂດ ​ແລະ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງມະ​ສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ທັງ 2 ຝ່າຍ. ຫວຽດນາມ​ຢືດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ແມ່ນ​ເປີດ​ກ້ວາງ, ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ ​ເພື່ອ​ສັນຕິພາບ ​ແລະ ການພັດທະນາ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ​ຫວຽ​ດນາມພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

2 ຝ່າຍ​ກໍ​ຕ້ອງ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລ​ກປ່ຽນ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ ​Jonh McCain ສະມາ​ຊິກ​ສະພາ​ສູງ ປາດ​ຖະໜາ​ວ່າ​ອົງການນິຕິບັນຍັດ 2 ປະ​ເທດ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ, ຕິດຕາມ​ກວດກາ​ບັນດາ​ກິດຈະກຳ​ຂອງ​ປະ​ເທດ​ຊາດ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ