ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອົດ​ຕາ​ລີ​ ອາດ​ຈະ​ ຮຽກ​ຮ້ອງ​ໃຫ້​ດຳ​ເນີນການເລືອກ​ຕັ້ງ​ໃນອາ​ທິດນີ້

(VOVWORLD) - ສະມາຊິກລັດຖະສະພາ ຈຳນວນເຄິ່ງໜຶ່ງຂອງ ອົດຕາລີ ຈະໝົດອາຍຸດຳລົງຕຳແໜ່ງ,

ຄາດວ່າໃນອາທິດນີ້, ທ່ານນາຍົກລັດຖະມົນຕີ ອົດຕາລີ Morrison ຈະປະກາດວັນເວລາ ຈັດຕັ້ງການເລືອກຕັ້ງທົ່ວປະເທດເພື່ອເລືອກຕັ້ງ ຈຳນວນທີ່ນັ່ງທັງໝົດຢູ່ສະພາຕ່ຳ ແລະ ຈຳນວນທີ່ນັ່ງເຄິ່ງໜຶ່ງຂອງ ສະພາສູງ.

ວັນທີ 30 ມີຖຸນາ ຈະມາເຖິງ, ສະມາຊິກລັດຖະສະພາ ຈຳນວນເຄິ່ງໜຶ່ງຂອງ ອົດຕາລີ ຈະໝົດອາຍຸດຳລົງຕຳແໜ່ງ, ເພາະສະນັ້ນ ໃນອາທິດນີ້ເປັນເວລາທີ່ຊ້າທີ່ສຸດເພື່ອໃຫ້ທ່ານ Scott Morrison ປະກາດວັນຈັດຕັ້ງການເລືອກຕັ້ງທົ່ວປະເທດເພື່ອໃຫ້ບັນດາພັກຝ່າຍມີເວລາຢ່າງໜ້ອຍທີ່ສຸດ 33 ວັນ ໃຫ້ແກ່ການຂົນຂວາຍຫາສຽງເລືອກຕັ້ງ. ປັດຈຸບັນ, ພັກຝ່າຍຄ້ານໄດ້ຖືວ່າຍາດໄດ້ທ່າໄດ້ປຽບຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ