ທ່ານນາຍົກລັດຖະມົນຕີກຳປູເຈຍໃຫ້ຄຳໝັ້ນສັນຍາຮັກສາສະຖຽນລະພາບ ດ້ານການເມືອງ
ທ່ານນາຍົກລັດຖະມົນຕີກຳປູເຈຍຮູນແຊນ
(ພາບອິນເຕີແນດ)
(vovworld) – ທ່ານນາຍົກລັດຖະມົນຕີກຳປູເຈຍໃຫ້ຄຳໝັ້ນສັນຍາຮັກສາສະຖຽນລະພາບດ້ານການເມືອງ. ຄຳໝັ້ນສັນຍານີ້ໄດ້ຮັບການຍົກອອກມາໃນວັນທີ 10/2 ເມື່ອກ່າວຄຳເຫັນທີ່ພິທີຮຽນຈົບ ຂອງນັກສຶກສາມະຫາວິທະຍາໄລຄຸ້ມຄອງແຫ່ງຊາດ. ທ່ານນາຍົກລັດຖະມົນຕີ ຮຸນແຊນ ໄດ້ເນັ້ນໜັກວ່າ, ໂດຍບໍ່ຫົວຊາຕໍ່ເລື່ອງຝ່າຍຄ້ານປະຕິເສດສະພາແຫ່ງຊາດ ພາຍຫຼັງການເລືອກຕັ້ງທົ່ວປະເທດເມື່ອເດືອນ 7/2013. ມາຮອດປະຈຸບັນ, ທັງສະພາຕຳ່, ສະພາສູງ, ລັດຖະບານ, ລະບອບລາຊາທິປະໄຕລ້ວນແຕ່ເຄື່ອນໄຫວເປັນປົກກະຕິ,
ປະຈຸບັນ, ກຳປູເຈຍພວມປະເຊີນໜ້າກັບວິກິດການດ້ານການເມືອງທີ່ກ່ຽວຂ້ອງເຖິງໝາກຜົນຂອງການເລືອກຕັ້ງດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ຮຸນແຊນ ຢືນຢັນວ່າຈະບໍ່ລາອອກຈາກຕຳແໜ່ງ ແລະ ຈະບໍ່ດຳເນີນການເລືອກຕັ້ງຄືນໃໝ່.