ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ວັນທີ 4 ຕຸລາ, ທ່ານນາຍົກລັດມົນຕີ ລາຊະອານາຈັກ ກຳປູເຈຍ Samdech Aka Moha Sena Padei Techo Hun Sen ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງແຕ່ວັນທີ 4 ຫາ 5 ຕຸລາ 2019, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.
ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດມົນຕີ ລາຊະອານາຈັກ ກຳປູເຈຍ Samdech Aka Moha Sena Padei Techo Hun Sen (ພາບ: thanhnien.vn)

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ ນາຍົກລັດມົນຕີ Samdech Techo Hun Sen ໄດ້ດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ສືບຕໍ່ມີບັນດາການພັດທະນາທີ່ດີງາມ, ຢັ້ງຢືນນະໂຍບາຍທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນບັນດາການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ໃນນັ້ນມີການໃຫ້ບຸລິມະສິດສູງຕໍ່ການຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານກັບ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ