ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ຕ້ອນຮັບທ່ານນາຍົກລັດຖະມົນຕີ Haiti

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ຕ້ອນຮັບທ່ານນາຍົກລັດຖະມົນຕີ Haiti - ảnh 1

ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ແລະ

ທ່ານນາຍົກ​ລັດຖະມົນຕີ Haiti

(ພາບ:nguyentandung.org)

(VOV)-   ພິທີ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີປະ​ເທດ​ສາທາລະນະ​ລັດ Haiti Laurent Salvador Lamothe ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຕາມ​ຄຳເຊີນ​ຂອງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າວັນ​ທີ 17/12 ຢູ່​ຮ່າ​ໂນ້ຍ. ທີ່​ການ​ພົບ​ປະເຈລະຈາ​ຫຼັງ​ພິທີ​ຕ້ອນຮັບ, ການ​ນຳ​ສອງ​ທ່ານ​ໄດ້​ໃຫ້​ຄຳໝັ້ນສັນຍາ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ເພື່ອ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຍາວ​ນານ​ໃນ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ທັນ​ຍາ​ຫານ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ສັນ​ນຳ​ກັນຈະ​ຊຸກຍູ້​ການ​ສ້າງຕັ້ງບັນດາ​ກົນ​ໄກ ​ແລະ ກອບ​ກົດໝາຍສະດວກ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື, ​ເປີດ​ການ​ເຈລະຈາ​ບັນດາ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມມື, ສົ່ງ​ເສີມ ​ແລະ ອາລັກ​ຂາ​ການ​ລົງທຶນ, ການ​ຮ່ວມມືດ້ານ​ຄ້ຳປະກັນ​ສະບຽງ​ອາຫານ, ການ​ຮ່ວມມື​ດ້ານ​ກະສິກຳ, ວັດທະນະທຳ-​ກິລາ-​ການທ່ອງທ່ຽວ…​ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຫຼັງ​ການ​ພົບປະເຈລະຈາ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າ​ໄດ້ແລກປ່ຽນກ່ຽວ​ກັບ​ສະພາບ​ຂອງ​ແຕ່ລະ​ປະ​ເທດ, ວາງ​ອອກ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ, ກຳນົດ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃຫ້​ບຸລິ​ມະ​ສິດ, ​ເປີດ​ການ​ເຈລະຈາສັນຍາ​ສຳຄັນ 6 ສະບັບ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ກົງ​ສູນ, ການ​ລົງທຶນ, ກະສິກຳ. ສອງ​ຝ່າຍ​ໄດ້​ໃຫ້​ຄຳໝັ້ນສັນຍາ​ຈະ​ໜູນ​ຊ່ວຍ​ບັນດາ​ໂຄງການ​ການ​ຄ້າ-​ການ​ລົງທຶນ“.

   ພາຍ​ລັງກາ​ນພົບ​ປະ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ  ​ແລະ ທ່ານ​ນາຍົກລັດຖະມົນຕີປະ​ເທດ​ສາທາລະນະ​ລັດ Haiti Laurent Salvador Lamothe ​ໄດ້​ລົງ​ນາມ​ໃນ​ແຈ້ງ​ການ​ຮ່ວມຫວຽດນາມ-Haiti, ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ບົດ​ບັນທຶກຊ່ວຍ​ຈຳ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວ​ມມື​ລົງທຶນ​ຍຸດ​ທະ​ສາດ​ລະຫວ່າງ​ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ​ຫວຽດນາມ ​ແລະ ລັດຖະບານ Haiti.

   ​ໃນ​ຕອນ​ບາຍ​ຂອງ​ວັນ​ດຽວ​ກັນ, ​ໃນ​ການ​ຕ້ອນຮັບທ່ານນາຍົກ​ລັດຖະມົນຕີ Haiti, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ເນັ້ນໜັກ​ວ່າ: ​ໃນ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ຕົນ, ຍາມ​ໃດ​ຫວຽດນາມ ກໍ່​ເປີດ​ກ້ວາງ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ເພື່ອ​ນມິດ​ມູນ​ເຊື້ອ​ກ່ວາ​ອີກ, ​ໃນ​ນັ້ນມີ Haiti. ທ່ານນາຍົກ​ລັດຖະມົນຕີ Haiti ຢືນຢັນ​ວ່າ: ການມາ​ຢ້ຽມຢາມ​ຫວຽດນາມ ຄັ້ງນີ້ຂອງ​ທ່ານດ້ວຍ​ຈຸດປະສົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-Haiti ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ​ເສດຖະກິດ, ວັດທະນະທຳ….

   ສ່ວນ​ໃນ​ການ​ຕ້ອນຮັບ​ທ່ານນາຍົກ​ລັດຖະມົນຕີ Haiti, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງຮຸ່ງ ​ໄດ້​ຕີລາ​ຄາ​ສູງໝາກຜົນ​ການ​ພົບ​ປະ​ເຈລະ​ຈາລະ​ຫວ່າ​ງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ແລະ ທ່ານນາຍົກ​ລັດຖະມົນຕີ Haiti ​ແລະ ຖື​ວ່າ: ຜົນສຳ​ເລັດ​ດັ່ງກ່າວ​ໄດ້​ສ້າງ​ບາດ​ຫ້າວຫັນ​ປ່ຽນ​ຢ່າງ​ແຮງ, ຍົກ​ການ​ພົວພັນ​ລະຫວ່າງຫວຽດນາມ-Haiti ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງຮຸ່ງ ສະ​ເໜີ​ໃຫ້​ສອງ​ປະ​ເທດ​ຕ້ອງຕັ້ງໜ້າ​ຂຸດ​ຄົ້ນ, ສົມທົບ​ກັນ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ເປັນ​ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາ​ໃນ​​ໂລກ​.

 

ຂ່າວ/ບົດ​ອື່ນ