ທ່ານນາງນາຍົກລັດຖະມົນ ນອກແວ Erna Solberg ແລະ ທ່ານ
ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ
(ພາບ: Nhật Bắc)
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ, ທ່ານນາງນາຍົກລັດຖະມົນ ນອກແວ Erna Solberg ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 16-18/4. ທີ່ການເຈລະຈາ ພາຍຫລັງພິທີຕ້ອນຮັບດຳເນີນໄປໃນຕອນເຊົ້າວັນທີ 17/4, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນ: ຍາມໃດຫວຽດນາມກໍຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນ ມີ ນອກແວ ແລະ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃຫມ່.
ເມື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີທັງສອງທ່ານຖືວ່າ ສອງປະເທດຍັງມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຫລາຍຢ່າງເພື່ອເປີດກວ້າງການຮ່ວມມືຢ່າງມີປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ຜັນຂະຫຍາຍກົນໄກເຈລະຈາກ່ຽວກັບດ້ານການເມືອງທີ່ມີຢູ່ແລ້ວ, ເພີ່ມທະວີການຮ່ວມມືປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ແລະນັກລົງທຶນສອງປະເທດ ພົບປະ, ຊອກຮູ້ຕະຫລາດ. ສອງຝ່າຍເຫັນດີຊຸກຍູ້ການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ກຸ່ມການຄ້າເສລີ ເອີລົບ ໃຫ້ສຳເລັດໃນປີ 2015, ເປີດກ້ວາງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມສຳພັນບຳລຸງສ້າງລະຫວ່າງບັນດາມະຫາວິທະຍາໄລ ແລະ ສູນຄົ້ນຄ້ວາສອງປະເທດ ພ້ອມທັງຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.
2 ຝ່າຍເຫັນດີເປັນເອກະສັນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການສາກົນ. ຫວຽດນາມ ຊົມເຊີຍບັນດາຄວາມມານະພະຍາຍາມຂອງ ນອກແວ ໃນການເພີ່ມທະວີການຮ່ວມມືກັບ ອາຊຽນ ໃນໄລຍະມໍ່ໆມານີ້ ແລະ ປາດຖະໜາວ່າ 2 ຝ່າຍຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດໂດຍໄວ, ພິເສດແມ່ນບັນດາຂົງເຂດເຊິ່ງ ນອກແວ ມີທ່າແຮງ ແລະ ແມ່ນບຸລິມະສິດຂອງ ອາຊຽນ.
ນາຍົກລັດຖະມົນຕີ 2 ທ່ານ ໄດ້ແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, ນາຍົກລັດຖະມົນຕີ 2 ທ່ານກໍ່ແບງປັນຄວາມວິຕົກວັງວົນກ່ຽວກັບການຜັນແປໄລຍະມໍ່ໆມານີ້, ເນັ້ນໜັກເຖິງຄວາມຈຳເປັນຕ້ອງແກ້ໄຂບັນດາຄວາມຂັດແຍ້ງກັນດ້ວຍມາດຕະການສັນຕິພາບ, ເໝາະສົມກັບກົດໝາຍສາກົນ, ກົດບັດ ສປຊ ແລະ ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ກໍ່ຄືເລື່ອງບັນດາຝ່າຍກ່ຽວຂ້ອງຕ້ອງຕົກລົງປະມວນຂໍ້ກຳນົດກ່ຽວກັບການປະພຶດ (COC).
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີ ນອກແວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ກ່າວຄຳເຫັນໄຂກອງປະຊຸມສຳມະນາສາກົນ “ຈາກບັນດາຈຸດໝາຍສະຫັດສະວັດ (MDGs) ເຖິງບັນດາຈຸດໝາຍພັດທະນາແບບຍືນຍົງ (SDGs): ສືບທອດຜົນງານຂອງ ຫວຽດນາມ ໃຫ້ໂຄງການດຳເນີນງານພັດທະນາຫຼັງປີ 2015”.