ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ ທົ່ວປະເທດສະຫຼຸບ 15 ປີ ແຫ່ງການພັດທະນາເສດຖະກິດລວມໝູ່

(VOVWORLD) - ຕອນບ່າຍວັນທີ 14 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດ ທົ່ວປະເທດສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 5 ຊຸດທີ 11 ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ ທົ່ວປະເທດສະຫຼຸບ 15 ປີ ແຫ່ງການພັດທະນາເສດຖະກິດລວມໝູ່ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ ທົ່ວປະເທດສະຫຼຸບ 15 ປີ ແຫ່ງການພັດທະນາເສດຖະກິດລວມໝູ່ (ພາບ: qdnd.vn)

        ພາຍຫຼັງ 15 ປີ ແຫ່ງການຜັນຂະຫຍາຍປະຕິບັດມະຕິດັ່ງກ່າວ ແລະ  7 ປີີ ແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012, ເສດຖະກິດລວມໝູ່ ດ້ວຍແກ່ນສານ ແມ່ນບັນດາສະຫະກອນ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ໃນນັ້ນຈໍານວນສະຫະກອນເຄື່ອນໄຫວທີ່ດີ ໄດ້ເພີ່ມຂຶ້ນຈາກ ປະມານ 20% ໃນປີ 2012 ຂຶ້ນເປັນ 50% ໃນປີ 2018. ກ່ຽວກັບໜ່ວຍສະຫະກອນໃນປັດຈຸບັນ ທົ່ວປະເທດມີປະມານ ກວ່າ 100.000 ໜ່ວຍ ສາມາດແກ້ໄຂວຽກເຮັດງານທໍາໃຫ້ແກ່ 1,3 ລ້ານຄົນ, ລາຍຮັບຄິດສະເລ່ຍບັນລຸ 26 ລ້ານດົງຕໍ່ຄົນຕໍ່ປີ.


ຕອບກັບ

ຂ່າວ/ບົດ​ອື່ນ