ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ ແລະ ຫຼຽນ​ໄຊ​ເອ​ກະ​ລາດ ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປ​ະ​ເທດ​ຊາດ

(VOVWORLD) -        ຕອນເຊົ້າວັນທີ 22 ເມສາ ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບນາມມະຍົດວິລະຊົນແຮງງານ ໃຫ້ແກ່ທ່ານ ຫວູຕວຽນຮວ່າງ ອະດີດສາດສະດາຈານ ຫວູຕວຽນຮວ່າງ ແລະ ສາດສະດາຈານ ຮວ່າງເຈືອງ, ມອບຫຼຽນໄຊແຮງງານເອກະລາດຊັ້ນ 3 ໃຫ້ແກ່ ນັກວິທະຍາສາດອື່ນ 3 ທ່ານ. ນີ້ລ້ວນແຕ່ແມ່ນບັນດານັກວິທະຍາສາດທີ່ມີການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ປະເທດຊາດໃນຫຼາຍຂົງເຂດ.
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ ແລະ ຫຼຽນ​ໄຊ​ເອ​ກະ​ລາດ ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປ​ະ​ເທດ​ຊາດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດານັກວິທະຍາສາດ (ພາບ: VOV)

ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາການປະກອບສ່ວນຂອງບຸກຄົນດັ່ງກ່າວ ທີ່ມີຕໍ່ການພັດທະນາຂອງປະເທດຊາດ. ພ້ອມທັງປາດຖະໜາວ່າ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ນັກເຕັກນິກ ຫວຽດນາມ ແມ່ນບ່ອນເຕົ້າໂຮມ, ແຜ່ກະຈາຍຂອງບັນດານັກວິທະຍາສາດ ຫວຽດນາມ, ທັງທາງດ້ານວິທະຍາສາດທຳມະຊາດ, ສັງຄົມ, ພ້ອມກັນສາມັກຄີ, ສືບຕໍ່ປະກອບສ່ວນໃຫ້ແກ່ຂະແໜງວິທະຍາສາດເຕັກໂນໂລຢີຂອງປະເທດຊາດ, ປະກອບສ່ວນເຂົ້າໃນເປົ້າໝາຍ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

        “ຂ້າພະເຈົ້າສະເໜີໃຫ້ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈົ່ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ດຶງດູດ ແລະ ຍາດແຍ່ງຜູ້ມີຄວາມເກັ່ງກ້າສາມາດ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ ເພື່ອພັດທະນາປະເທດຊາດ”.


ຕອບກັບ

ຂ່າວ/ບົດ​ອື່ນ