ທ່ານປະທານປະເທດ ຫງວຽນຊວັນຟຸກ ເດີນທາງໄປຢ້ຽມຢາມ ສ.ເກົາຫຼີ ທາງລັດຖະກິດ
(VOVWORLD) -ໂດຍໄດ້ຮັບການເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol, ຕອນເຊົ້າວັນທີ 4 ທັນວາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ສ.ເກົາຫລີທາງລັດຖະກິດ ໃນລະຫວ່າງວັນທີ 4 – 6 ທັນວາ.
ທ່ານປະທານປະເທດ ຫງວຽນຊວັນຟຸກ (ພາບ: baochinhphu.vn) |
ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີທາງລັດຖະກິດຄັ້ງທຳອິດຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນຖານະເປັນປະມຸດລັດ, ແມ່ນການຢ້ຽມຢາມທຳອິດຂອງທ່ານປະທານປະເທດ ຫວຽດນາມ ມາຍັງ ສ.ເກົາຫຼີ ພາຍຫຼັງ 11 ປີ ແລະ ແມ່ນການຢ້ຽມຢາມ ສ.ເກົາຫຼີ ຂັ້ນສູງທີ່ສຸດຂອງການນຳພັກ, ລັດ ຫວຽດນາມ ນັບແຕ່ເວລາປະເທດນີ້ມີປະທານາທິບໍດີຄົນໃໝ່.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ແມ່ນການນຳຂັ້ນສູງຕ່າງປະເທດທຳອິດມາຢ້ຽມຢາມສ.ເກົາຫຼີທາງລັດຖະກິດ ນັບແຕ່ເວລາທ່ານປະທານາທິບໍດີ Yoon Suk-yeol ຂຶ້ນກຳອຳນາດໃນເດືອນ ພຶດສະພາ ປີ 2022. ສ.ເກົາຫຼີ ສະແດງໃຫ້ເຫັນ ເລືຶຶ່ອງຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ເມື່ອໄດ້ຕ້ອນຮັບທ່ານປະທານປະເທດ ຫວຽດນາມ ດ້ວຍພິທີກຳສູງທີ່ສຸດ: “ການຢ້ຽມຢາມທາງລັດຖະກິດ”.