ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຕ້ອນຮັບຜູ້ວ່າການແຂວງ ກາລູກາ ແຫ່ງລັດເຊຍ
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໃຫ້ການຕ້ອນຮັບຜູ້ວ່າການແຂວງ ກາລູກາ ແຫ່ງສ. ລັດເຊຍ Artamonov Anatoliy |
(vovworld)- ຕອນບ່າຍວັນທີ 23/3, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໃຫ້ການຕ້ອນຮັບຜູ້ວ່າການແຂວງ ກາລູກາ ແຫ່ງສ. ລັດເຊຍ Artamonov ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ສະເໜີ ຜູ້ວ່າການແຂວງ ກາລູກາ ແຫ່ງສ. ລັດເຊຍ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງຂອງລັດເຊຍຈົ່ງຫັນບັນດາເນື້ອໃນຂໍ້ຕົກລົງຂັ້ນສູງໃຫ້ເປັນລະອຽດ, ເພີ່ມທະວີການປະຕິບັດບັນດາສັນຍາລະຫວ່າງ 2 ປະເທດທີ່ໄດ້ລົງນາມເປັນຢ່າງດີ. ສ່ວນຜູ້ວ່າການແຂວງ ກາລູກາ ແຫ່ງສ. ລັດເຊຍ Artamonov ເນັ້ນໜັກວ່າ ທາງແຂວງພວມປະຕິບັດຫຼາຍນະໂຍບາຍດຶງດູດການລົງທຶນ, ພ້ອມສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມເຄື່ອນໄຫວໃນບໍລິເວນແຂວງ.
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ກໍໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດສິງກະໂປ Ng Teck Hean ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ.