ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກກັບສະມາຄົມອະດີດຊາວຫນຸ່ມຕະລຸມບອນຫວຽດນາມ

ທ່ານປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກກັບສະມາຄົມອະດີດຊາວຫນຸ່ມຕະລຸມບອນຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງຢ້ຽມ​ຢາມ
ສະ​ມາ​ຄົມ​ອະ​ດີດ​ຊາວ​ຫນຸ​່ມ​ຕະ​ລຸມບອນ
ພາບ:chinhphu.vn

 (vovworld)- ​ຕອນ​ບ່າຍ​ວັນ​ທີ 6/1, ໃນ​ການ​ເຮັດ​ກັບ​ສະ​ມາ​ຄົມ​ອະ​ດີດ​ຊາວ​ຫນຸ​່ມ​ຕະ​ລຸມບອນ​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຢືນ​ຢັນ​ວ່າ: ຮູບ​ພາບ​ຂອງ​ບັນ​ດາ​ຊາວ​ຫນຸ່ມ​ຕະ​ລຸມບອນ​ຢູ່​ສະ​ຫນາມ​ຮົບຕ່າງໆ ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ອັນ​ດີ​ງາມ​ຂອງ​ລັດ​ທິ​ວິ​ລະ​ຊົນ​ປະ​ຕິ​ວັດ ຊື່ງ​ໄດ້​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ໄດ້​​ບັນ​ທຶກໄວ້​ໃນ​ປື້ມປະ​ຫວັດ​ສາດ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ຍ້ອງ​ຍໍ​ສັນ​ລະ​ເສີນ​ສະ​ມາ​ຄົມ​ອະ​ດີດ​ຊາວ​ຫນຸ່ມ​ຕະ​ລຸມບອນ ໄດ້​ມີ​ຂໍ້​ລິ​ເລີ່​ມ​ຫລາຍ​ຢ່າງ, ມີ​ຫລາຍ​ລາຍ​ການ​ເຊື່ອມ​ຕໍ່​ຖ​ັນ​ແຖວ​ພະ​ນັກ​ງານ, ສະ​ມ​າ​ຊິກ​ສະ​ມ​າ​ຄົມ​ນັບ​ໝື່ນໆ​ຄົນ, ພັດ​ທະ​ນາ​ເສດ​ຖະ​ກິດ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ເປັນ​ແບບ​ຢ່າງ​ໃຫ້​ແກ່​ລຸ້ນ​ຫນຸ່ມ​ປະ​ຈຸ​ບັນ​ປະ​ຕິ​ບັດ​ຕາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເຫນີ​ສະ​ມາ​ຄົມ​ທຸກ​ຂັ້ນ ສືບ​ຕໍ່​ຜັນ​ຂະ​ຫຍາຍບັ້ນ​ຂົນ​ຂວາຍ “ອະ​ດີດ​ຊາວ​ຫນຸ່ມ​ຕະ​ລຸມບອນ​ໝັ້ນ​ໝາຍ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ລຸງ​ໂຮ່” ຢ່າງ​ເລິກ​ເຊິ່ງ ແລະ ກ້​ວາງ​ຂວາງ, ຕັ້ງ​ຫນ້າ​ຂົນ​ຂວາຍ​ລູກ​ຫລານ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ, ພ້ອມ​ທັງ​ສືບ​ຕໍ່​ໃກ້​ຊິດ​ຕິດ​ແທດ​ສະ​ມາ​ຊິກ​ສະ​ມາ​ຄົມ, ເພື່ອ​ກຳ​ແຫນ້ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ສະ​ມາ​ຊິກ​ສະ​ມາ​ຄົມ, ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ​, ລັດ ​ປັບ​ປຸງ​ນະ​ໂຍ​ບາຍຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ