ທ່ານປະທານປະເທດເຈືອງເຕີນຊາງລົງກວດກາກິດຈະກຳກໍ່ສ້າງເຂດອະນຸສອນສະຖານສາດສະດາຈານເຈີນດາຍເຫງ໋ຍ
ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ
photo:internet
|
(vovworld)-ວັນທີ 16/2, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ລົງຢ້ຽມຢາມ ແລະ ກວດກາລະດັບຄວາມໄວການປະຕິບັດກິດຈະກຳກໍ່ສ້າງເຂດອະນຸສອນສະຖານສາດສະດາຈານ, ສະມາຊິກສະພາມະຫາບັນດິດ ເຈີນດາຍເຫງ໋ຍ, ລູກສິດດີເດັ່ນຂອງປະທານໂຮ່ຈິມີນ, ນັກວິທະຍາສາດໃຫຍ່ຂອງຫວຽດນາມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ: ເຂດອະນຸສອນສະຖານສາດສະດາຈານ ເຈີນດາຍເຫງ໋ຍ ແມ່ນກິດຈະກຳວັດທະນະທຳມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ບໍ່ພຽງແຕ່ສະແດງໃຫ້ເຫັນຫລັກສິນທຳ“ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນຳ້” ເທົ່ານັ້ນ ຫາກຍັງສຶກສາມູນເຊື້ອປະຕິວັດໃຫ້ແກ່ຊາວຫວຽດນາມລຸ້ນຕ່າງໆ ກໍຄືແຂວງ ຫວີງລອງ ຊື່ງແມ່ນບ້ານເກີດເມືອງນອນຂອງສາດສະດາຈານ ກ່ຽວກັບນຳ້ໃຈບື່ນຕົວຂຶ້ນ, ຮຳ່ຮຽນ, ມີຫົວຄິດປະດິດສ້າງ, ຮັບໃຊ້ປະເທດຊາດຢ່າງສຸດຈິດສຸດໃຈ. ພິເສດ ສາດສະດາຈານ ເຈີນດາຍເຫງ໋ຍ ແມ່ນຜູ້ປະດິດສ້າງອາວຸດໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝລັ່ງ ເປີດໄລຍະພັດທະນາໃຫມ່ໃນວິທະຍາສາດການທະຫານ, ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການປ່ຽນແປງສະຖານະພາບຂອງການປະຕິວັດຫວຽດນາມ.