ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມລາຍການ“ລະດູບານໃຫມ່ຢູ່ບ້ານເກີດເມືອງນອນປີ2015”

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມລາຍການ“ລະດູບານໃຫມ່ຢູ່ບ້ານເກີດເມືອງນອນປີ2015” - ảnh 1
ລາຍ​ການສິ​ລະ​ປະ “ລະ​ດູ​ບານ​ໃຫມ່​ຢູ່​ບ້ານ​ເກີ​ດ​
ເມືອງນອນ​ປີ 2015"
ພ​າບ:hochiminhcity

(vovworld)- ຕອນ​ຄ່ຳ​ວັນ​ທີ 8/2 ຢູ່ ທ່າ​ກຳ​ປັ່ນ ຍ່າ​ຣົ່ງ, ນະ​ຄອນ ໂຮ່​ຈິ​ມີນ ໄດ້​ດຳ​ເນີນ​ລາຍ​ການ “ລະ​ດູ​ບານ​ໃຫມ່​ຢູ່​ບ້ານ​ເກີ​ດ​ເມືອງນອນ​ປີ 2015” ດ້ວຍ​ຫົວ​ຂໍ້​ວ່າ: “ປະ​ເທດ​ຊາດ​ອັນ​ສະ​ຫງ່າ​ລາ​ສີ”. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຢືນ​ຢັນ​ວ່າ: ປີ 2015, ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຍັງ​ມີ​ຫລາຍ​ຢູ່ ແຕ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ເພື່ອ​ພັດ​ທະ​ນາ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ. ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ​ທົ່ວ​ປວງ​ຊົນ ສາ​ມັກ​ຄີ ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ, ຕັດ​ສິນ​ໃຈ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ການທົດ​ສອບ, ສຳ​ເລັດ​ບັນ​ດາ​ຄາດ​ໝາຍ, ຫນ້າ​ທີ່​ຢ່າງ​ມີ​ໄຊ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ:

        “ປະ​ເທດ​ຊາດ​ໄດ້​ຮັບ​ສັນ​ຕິ​ພາບ, ເປັນ​ເອ​ກະ​ພາບ​ ມາ​ເປັນ​ເວ​ລາ 40 ປີ​ແລ້​ວ. ຈາກ​ປະ​ເທດ​ຫນຶ່ງ ຖືກ​ສົງ​ຄາມ​ທຳ​ລາຍ, ປີດ​ລ້ອມ, ຂວ້ຳ​ບາດ, ອຶດ​ຫິວ​, ຫລ້າ​ຫລັງ, ປະ​ຈຸ​ບັນ ປະ​ເທດ​ຊາດ​ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ປະ​ເທດ​ທຸ​ກ​ຍາກ, ດ້ອຍ​ພັດ​ທະ​ນາ, ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ດ້ວຍ​ລາຍ​ຮັບ​ປານ​ກາງ, ພວມ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ມີ​ອິດ​ທີ​ພົນ​ຊື່​ສຽງ​ໃນ​ພາກ​ພື້ນ ແລະ ໂລກ. ປະ​ເທດ​ຊາດ ນັບ​ມື້​ນັບ​ເປີດກວ້າງ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ, ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ, ສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ກັບ​ທຸກ​ປະ​ເທດ​ໃນ​ໂລກ. ສະ​ນັ້ນ, ບໍ່​ມີ​ສາຍ​ເຫດ​ໃດ​ເພື່ອ​ໃຫ້​ບໍ່​ວ່າ​ຜູ້​ໃດ​ໃນ​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ອາ​ພັບ​ກ່ຽວ​ກັບ​ອະ​ດີດ​ຕະ​ການ​ເພື່ອ​ກີດ​ຂວາງ​ການ​ປັບ​ປຸງ, ເພີ່ມ​ທະ​ວີ​ກຸ່​ມ​ກ້ອນ​ມະ​ຫາ​ສາ​ມັກ​ຕີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດ​ນາມ.”

        ທ່ານ​ປະ​ທານ​ປະ​ເທດ​ຢືນ​ຢັນ​ວ່າ: ພັກ, ລັດ, ຊາວ​ຫວຽດ​ນາມ​ພາຍ​ໃນ​ປະ​ເທດ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ສະ​ຫນັບ​ສະ​ຫນູນ, ຫນູນ​ຊ່ວຍ ແລະ ຫ​ວັງ​ວ່າ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ເຊື່ອມ​ຕ​ົວ​ກັບ​ປະ​ເທດ​ປະ​ຈຳ​ຖິ່​ນ, ສາ​ມັກ​ຄີ ຊ່ວ​ຍ​ເຫລືອ​ເຊິ່ງ​ກັນ​ແລະ​ກັນ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ສືບ​ຕໍ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ, ເປັນ​ຂົວ​ຕໍ່​ເພີ່​ມ​ທະ​ທີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ