ທ່ານປະທານປະເທດເຈືອງເຕີ໋ນຊາງໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີສົມສະຫວາດເລັ່ງສະຫວັດ
ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຕ້ອນຮັບ
ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ
(ພາບ: TTXVN)
(vovworld) – ໃນວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານ ປະທານປະເທດ ເຈືອງເຕີ໋ນຊາງ ໄດ້ໃຫ້ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ທີ່ກຳລັງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ. ທ່ານ ປະທານປະເທດ ເຈືອງເຕີ໋ນຊາງ ເນັ້ນໜັກວ່າ ຜົນການຮ່ວມມືດ້ານການຕ່າງປະເທດ ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຢ່າງສຸດຈິດສຸດໃຈຂອງທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ. ທ່ານ ປະທານປະເທດ ເຈືອງເຕີ໋ນຊາງ ສະເໜີບັນດາກະຊວງ, ຂະແໜງການ ຂອງສອງປະເທດ ສືບຕໍ່ຫັນເນື້ອໃນຄຳໝັ້ນສັນຍາຂັ້ນສູງເປັນລະອຽດ, ໝູນໃຊ້ ບັນດາທັດສະນະຊີ້ນຳ ຂອງການນຳສອງພັກ ເຂົ້າໃນຊີວິດການເປັນຢູ່ໃຫ້ສຳເລັດ.
ທ່ານ ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ສະເໜີສອງຝ່າຍສືບຕໍ່ແລກປ່ຽນ ກົນໄກປະສານສົມທົບ, ສ້າງເງື່ອນໄຂເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ-ລາວ ເພີ່ມທະວີການປະສານສົມທົບ. ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ແບ່ງປັນ ກັບບາງວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ລາວ ກຳລັງພົບກັບຄວາມຫຍຸ້ງຍາກ ຍ້ອນລາຄາຕະຫຼາດເໜັງຕີງ; ແລະເຫັນດີເປັນເອກະພາບຈະແລກປ່ຽນຄວາມເຫັນລະຫວ່າງການນຳສອງປະເທດ ເພື່ອມີກົນໄກແກ້ໄຂໃຫ້ວິສາຫະກິດຢ່າງທັນການ.