ທ່ານປະທານປະເທດເຈືອງເຕິ໋ນຊາງໄປຈີນເຂົ້າຮ່ວມກອງປະຊຸມບັນດາການນຳ APEC
ທ່ານປະທານປະເທດເຈືອງເຕິ໋ນຊາງ
(ພາບອິນເຕີແນດ)
(vovworld) – ຕອນທ່ຽງວັນທີ 9/11, ທ່ານປະທານປະເທດເຈືອງເຕິ໋ນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ເດີນທາງໄປຍັງປັກກິງ, ປະເທດຈີນ ເພື່ອເຂົ້າຮ່ວມກອງປະຊຸມບັນດາການນຳເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝິກ (APEC) ຄັ້ງທີ 22 ຕາມຄຳເຊີນຂອງປະທານປະເທດຈີນ ສືຈີນຜິງ. ກອງປະຊຸມ APEC ຄັ້ງນີ້ດ້ວຍຫົວຂໍ້ວ່າ “ກຳນົດທິດອະນາຄົດຜ່ານການພົວພັນຄູ່ຮ່ວມມືອາຊີ - ປາຊີຝິກ“ ຈະສຸມໃສ່ປຶກສາຫາລື 3 ບັນຫາໃຫຍ່ຄື: ການເຊື່ອມຕໍ່, ສ້າງເປັນເຂດການຄ້າເສລີໃນເຂດອາຊີ - ປາຊີຝິກ, ບັນດາເນື້ອໃນຮ່ວມມືເສດຖະກິດ - ການຄ້າໃໝ່. ຄາດວ່າກອງປະຊຸມຈະຮັບຮອງເອົາເອກະສານ 15 ສະບັບ, ເຊິ່ງລວມມີ 2 ຖະແຫຼງການຂອງບັນດາການນຳຂັ້ນສູງ APEC ແລະ ສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງ APEC.
ຫວຽດນາມເຂົ້າຮ່ວມກອງປະຊຸມບັນດາການນຳ APEC ຄັ້ງນີ້ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະ ຍົກສູງລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ຕັ້ງໜ້າເຂົ້າຮ່ວມບັນດາເນື້ອໃນສຳຄັນຂອງກອງປະຊຸມ. ໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານປະທານປະເທດເຈືອງເຕິ໋ນຊາງຈະມີການພົບປະກັບ ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC, ພົບປະ ແລະ ແລກປ່ຽນຄວາມເຫັນກັບບັນດາວິສາຫະກິດຊັ້ນນຳຂອງໂລກ.