ທ່ານປະທານສະພາສູງຈີເລ ສິ້ນສຸດການຢ້ຽມຢາມຫວຽດນາມ

ທ່ານປະທານສະພາສູງຈີເລ ສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ສາດ ຫງວຽນ​ຊິງ​ຮຸ່ງ ແລະ ທ່ານ​ປະທານ​ສະພາ​ສູງຈີ​ເລ

( vovworld ) -   ຕອນ​ຄໍ່າ​ວັນ​ທີ 3/3, ທ່ານ​ປະທານ​ສະພາ​ສູງຈີ​ເລ, Guido Girardin Lavin ​ແລະ ພັນ​ລະ​ຍາ​ເດີນທາງ​ອອກ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ໃນ​ເວ​ລາ​ຢູ່ຢ້ຽມຢາມຫວຽດນາມ ( ​ແຕ່​ວັນ​ທີ 27/2 - 3/3 ), ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​​ໄດ້ໃຫ້ການ​ຕ້ອນຮັບ, ຈັດ​ງານ​ລ້ຽງ ​ແລະ ພົບ​ປະເຈລະຈາ​ກັບທ່ານ​ປະທານ​ສະພາ​ສູງ Guido Girardin Lavin, ທ່ານ​ປະທານ​ສະພາ​ສູງ Guido Girardin Lavin ກໍ່​​ເຂົ້າ​ຢ້ຽມ​ຄຳນັບທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ​ແລະ ​ໄປ​ຢ້ຽມຢາມ​ທ້ອງ​ຖິ່ນ​ຕ່າງໆ.

    ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານ​ສະພາ​ສູງ Guido Girardin Lavin ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາ​ດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ສູງຈີ​ເລ. ນີ້​ແມ່ນ​​ເອກະສາ​ນທີ່​ສຳຄັນ, ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ການ​ພົວພັນ​ລະ​ຫວ່າງ​ສອງຝ່າຍ​​ໃຫ້​ກ້າວເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ​ກວ່າ, ຜ່ານ​ນັ້ນ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ສອງ​ປະ​ເທດຫວຽດນາມ - ຈີ​ເລ. ຢູ່​ທີ່​ບັນດາ​ການ​ພົບ​ປະເຈ​ລະ​ຈາ, ທ່ານ​ປະທານ​ສະພາ​ສູງຈີ​ເລ ລ້ວນ​ແຕ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຢ້ຽມຢາມ​ຫວຽດນາມ; ​ເຊື້ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ແມ່ນ​ຂີດໝາຍ​ໃໝ່​​ໃນ​ການ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍດ້ານ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ​ເປີດ​​ແງ່​ຫວັງຮ່ວມ​ມື​ສອງ​ຝ່າຍ​ກໍ່​ຄື​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.
ຂ່າວ/ບົດ​ອື່ນ