ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງເຂົ້າຮ່ວມກອງປະຊຸມພົບປະສັງສັນກັບບັນດານັກລົງທຶນ
ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເປັນປະທານ
ກອງປະຊຸມ
|
(vovworld)-ຕອນເຊົ້າວັນທີ 15/2 ຢູ່ ນະຄອນ ວີງ, ແຂວງ ເງ້ອານ ສົມທົບກັບອົງຄະນະພັກກຸ່ມວິສາຫະກິດສູນກາງ ແລະ ທະນາຄານລົງທຶນ ແລະ ພັດທະນາຫວຽດນາມ ຈັດຕັ້ງກອງປະຊຸມພົບປະສັງສັນກັບບັນດານັກລົງທຶນເນ່ືອງໃນໂອກາດລະດູບານໃຫມ່ປີມະເມຍ 2014. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມ ມີການນຳອົງການສູນກາງ, ທ້ອງຖິ່ນຈຳນວນຫນຶ່ງ ແລະ ກວ່າ 600 ນັກທຸລະກິດພາຍໃນ ແລະ ຕ່າງປະເທດ. ນີ້ເປັນຄັ້ງທີ 6 ແຂວງ ເງ້ອານ ຈັດຕັ້ງກອງປະຊຸມພົບປະສັງສັນກັບບັນດານັກລົງທຶນຕົ້ນລະດູບານໃຫມ່ ປະຈຳປີ ເພື່ອເພີ່ມທະວີການດຶງດູດການລົງທຶນໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ສະເຫນີ ແຂວງ ເງ້ອານ ເສີມຂະຫຍາຍທ່າໄດ້ປຽບ ເພື່ອສຸມໃສ່ລົງທຶນພັດທະນາ, ຍົກສູງຊີວິດການເປັນຢູ່, ລາຍຮັບໃຫ້ແກ່ປະຊາຊົນ ພິເສດ ແມ່ນສຸມໃສ່ຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມ.