ທ່ານປະທານາທິບໍດີ Donald Trump ກ່າວເຕືອນ ຈີນ ບໍ່ຄວນໂຈະການປະຕິບັດຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ
(VOVWORLD) - ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ກໍ່ຕຳໜິຕິຕຽນ ຈີນ ວ່າຍາມໃດກໍ່ປ່ຽນແປງຂໍ້ຕົກລົງໃນເວລາສຸດທ້າຍເພື່ອບັນລຸໄດ້ຜົນປະໂຫຍດໃຫ້ແກ່ຕົນເອງ.
ທ່ານປະທານາທິບໍດີອາເມລິກາ Donald Trump (ພາບ: TTXVN) |
ວັນທີ 30 ກໍລະກົດ, ທ່ານປະທານາທິບໍດີ Donald Trump ໄດ້ກ່າວເຕືອນ ຈີນວ່າ ບໍ່ຄວນໂຈະການປະຕິບັດ ຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ ຈົນຮອດເວລາໝົດອາຍຸການຂອງທ່ານ. ທ່ານປະທານາທິບໍດີ Donald Trump ໄດ້ຢັ້ງຢືນວ່າຖ້າຫາກວ່າ ທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາອີກຄັ້ງໜຶ່ງ ໃນເດືອນ ພະຈິກ 2020 ນັ້ນ, ສອງຝ່າຍຈະບໍ່ບັນລຸໄດ້ຂໍ້ຕົກລົງໃດຫຼືຖ້າມີກໍ່ຈະແມ່ນຂໍ້ຕົກລົງທີ່ຮ້າຍແຮງກ່ວານີ້ອີກ. ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ກໍ່ຕຳໜິຕິຕຽນ ຈີນ ວ່າຍາມໃດກໍ່ປ່ຽນແປງຂໍ້ຕົກລົງໃນເວລາສຸດທ້າຍເພື່ອບັນລຸໄດ້ຜົນປະໂຫຍດໃຫ້ແກ່ຕົນເອງ.
ຄຳກ່າວ ເຕືອນຂອງທ່ານ Donald Trump ໄດ້ຍົກອອກມາໃນວັນດຽວກັນກັບວັນທີ່ ເຊິ່ງບັນດາເຈົ້າໜ້າທີ່ດ້ານການຄ້າຂັ້ນສູງ ອາເມລິກາ ໄປຮອດນະຄອນ ຊຽງໄຮ້ (ປະເທດຈີນ) ເພື່ອເຊື່ອມຕໍ່ການເຈລະຈາກັບວົງການເຈົ້າໜ້າທີ່ຈີນເພື່ອແນໃສ່ຊອກຫາວິທີສິ້ນສຸດສົງຄາມການຄ້າລະຫວ່າງສອງພື້ນຖານເສດຖະກິດແຖວໜ້າຂອງໂລກເຊິ່ງໄດ້ແກ່ຍາວມາເປັນເວລາ 1 ປີທີ່ຜ່ານມາ.