ທ່ານປະທານາທິບໍດີລັດເຊຍຖະແຫຼງວ່າ: ບໍ່ມີພື້ນຖານໃຫ້ແກ່ທຸກໆການປະຕິວັດສີສັນຢູ່ ລັດເຊຍ

ທ່ານປະທານາທິບໍດີລັດເຊຍຖະແຫຼງວ່າ: ບໍ່ມີພື້ນຖານໃຫ້ແກ່ທຸກໆການປະຕິວັດສີສັນຢູ່ ລັດເຊຍ - ảnh 1
ທ່ານປະທານາທິບໍດີລັດເຊຍ Dmitry Medvedev

ທ່ານ​ປະທານ​ນາ​ທິບໍດີ​ລັດ​ເຊຍ Dmitry Medvedev ຖະ​ແຫຼ​ງວ່າ​: ບໍ່​ມີ​ພື້ນຖານ​ໃຫ້​ແກ່​ທຸກໆ​ການ​ປະຕິວັດສີສັນຢູ່​ລັດ​ເຊຍ, ​ແລະ ການ​ເລືອກຕັ້ງ Duma ​ແຫ່ງ​ຊາ​ດ (ຫຼຶ ສະພາ​ຕ່ຳ) ລັດ​ເຊຍ​ ຊຸດ​ທີ 6 ດຳ​ເນີນ​ໄປ​​ໃນ​ວັນ​ທີ 4/12/2011 ​ແມ່ນ​ໂປ່​ງ​ໃສ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ລັດ​ເຊຍ​ທັນ​ສະ​ໄໝ. ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ລັດ​ເຊຍ​ແລ້ວ, ທ່ານ​ປະທານ​າທິບໍດີ Medvedev ​ໄດ້​ຍົກ​ອອກ​ມາ​ຄຳ​ຖະ​ແຫຼ​ງດັ່ງກ່າວ​ຢູ່​ທີ່​ການ​ພົບ​ປະ​ກັບ​ນັກ​ສຶກສາ​ພະ​ແນ​ກສື່​ມວນ​ຊົນ​ມະຫາວິທະຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ​ໂມ​ດສະ​ກູ (ຫຼື MGU) ທີ່​ມີ​ຊື່ວ່າ Lomonoxop ​ເມື່ອ​ຕອນ​ບ່າຍ​ວັນ​ທີ 25/1. ທ່ານ​ໄດ້​ຢືນຢັນ​ວ່າ: ປະ​ເທດ​ລັດ​ເຊຍ​ທັນ​ສະ​ໄໝ​ບໍ່​ມີ​ພື້ນຖານ ​ແລະ ບໍ່​ຕ້ອງການ​ມີ​ການ​ປະຕິວັດ​ສີສັນ. ທ່ານ​ຖະ​ແຫຼ​ງວ່າ: ພ້ອມ​ແລ້ວ​ທີ່​ເປັນ​ຜູ້ນຳ​ພາ​ລັດຖະບານ​ໃໝ່​ຖ້າ​ຫາກ​ທ່ານ​ນາຍ​ົກລັດຖະມົນຕີ​ຄົນ​ໃໝ່ Vladimir Putin ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຄົນ​ໃໝ່​ທີ່​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 4/3 ຈະ​ມາ​ເຖິງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ກໍ່​ກຽມພ້ອມ​ກັບ​ທຸກໆ​ກໍລະນີ, ນັບ​ທັງ​ເລື່ອງ​ທ່ານ Putin ບໍ່​ໄດ້​ຮັບ​ເລືອກ​ຕັ້ງ​ ​ແລະ ທ່ານ​ບໍ່​ສາມາດ​ກາຍເປັນ​ນາຍົກ​ລັດຖະມົນຕີ​ຄົນ​ໃໝ່. ທ່ານ​ຈະ​ບໍ່​ລາ​ອອກ​ຈາກ​ເວທີ​ການ​ເມືອງ ​ແລະ ບໍ່​​ເວັ້ນ​ເສຍ​ກໍລະນີ​ຮອດ​​ໄລຍະ​ໃດ​ໜຶ່ງ​ຈະ​ອອກ​ຫາ​ສຽງ​ເລືອກ​ຕັ້ງ​ສຳລັບຕຳ​​ແໜງ​​ປະທານາທິບໍດີ​​ສະຫະພັນ​ລັດ​ເຊຍອີກ​ສະ​ໄໝ​ໜຶ່ງ.

ຂ່າວ/ບົດ​ອື່ນ