ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບທີ່ປຶກສາດ້ານການທະຫານອາເມລິກາ

(VOVWORLD) - ຕອນບ່າຍວັນທີ 12 ກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ໃຫ້ການຕ້ອນຮັບ ທ່ານພັນເອກ Thomas Stevenson, ທີ່ປຶກສາດ້ານການທະຫານ ອາເມລິກາ ເຂົ້າຢ້ຽມຄຳນັບເນື່ອງໃນໂອກາດທີ່ ທ່ານມາດຳລົງຕຳແໜ່ງປະຕິບັດງານຢູ່ ສສ.ຫວຽດນາມ.
ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບທີ່ປຶກສາດ້ານການທະຫານອາເມລິກາ - ảnh 1ທ່ານພົນໂທຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບ ທ່ານພັນເອກ Thomas Stevenson, ທີ່ປຶກສາດ້ານການທະຫານ ອາເມລິກາ (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິງ ມີຄວາມປາດຖະໜາວ່າ: ໃນອາຍຸການປະຕິບັດງານຂອງຕົນ, ທ່ານພັນເອກ Thomas Stevenson ຈະປະກອບສ່ວນສຳຄັນຢ່າງແທດຈິງເຂົ້າໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດ. ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າການນຳ ກະຊວງປ້ອງກັນປະເທດຫວຽດນາມແລະບັນດາສຳນັກງານ, ກົມກອງທີ່ກ່ຽວຂ້ອງຈະສ້າງເງື່ອນໄຂສະດວກເພື່ອໃຫ້ ທ່ານພັນເອກ Thomas Stevenson ເພື່ອສຳເລັດວຽກງານໄດ້ເປັນຢ່າງດີໃນອາຍຸການປະຕິບັດງານຢູ່ຫວຽດນາມ.

        ທ່ານພັນເອກ Thomas Stevenson ກໍ່ຢັ້ງຢືນວ່າ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເຂົ້າໃນການປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງຫວຽດນາມ-ອາເມລິກາໃຫ້ນັບມື້ນັບພັດທະນາດ້ວຍເນື້ອໃນການຮ່ວມມືແທດຈິງຫຼາຍຢ່າງແລະສອດຄ່ອງກັບສາຍພົວພັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ