ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ເຈລະຈາກັບ ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ

ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ເຈລະຈາກັບ ທ່ານລັດຖະມົນຕີການຕ່າງປະເທດຝລັ່ງ - ảnh 1
(ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ)

(vovworld) - ​ວັນ​ທີ 04 ສິງຫາ,ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ, ທ່ານ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 03 – 05 ສິງຫາ. ການ​ຢ້ຽມຢາມ​ຄັ້ງ​ນີ້​​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ຫວຽດນາມ ​ແລ​ະ ຝລັ່ງ ພວມ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ (1973 -2013). ທີ​ການ​ເຈລະຈາ​ 2 ຝ່າຍ​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ລະອຽດ: ​ໂດຍ​ສະ​ເພາະ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ໃຫ້​ສົມ​ກັບ​ການ​ພົວພັນ​ລວມ, ​ຊິ່ງລວມມີ​ການເພີ່ມທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ປັນ​ປຸງ ​ແລະ ​ເສີມ​ຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ກົນ​ໄກ​ເຈລະຈາ​ເຊິ່ງປະຈຸ​ປັນ​ແມ່ນ​ໃນ​ຂົງ​ເຂດ​ການ​ທູດ - ປ້ອງ​ກັນຊາ​ດ, ​ເສດຖະກິ​ດ - ການ​ຄ້າ ​ແລະ ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ... 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ຢືນຢັນ​ຈະ​ສືບ​ຕໍ່​ຮ່ວມ​ມື ​ແລະ ສົມທົບ​ກັນ​ຢູ່​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນຢ່າງ​ແໜ້ນ​​ແຟ້ນ. ຝ່າຍ​ຝລັ່ງ ສະໜັບສະ​ໜູນການ​ແກ້​ໄຂ​ການ​ພິດ​ພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ຢູ່​ພາກ​ພື້ນ ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້; ບົນ​ພື້ນຖານ​ນັ້ນ 2 ຝ່າຍ​ໄດ້​ສະ​ແດງ​ຄວາມປິ​ຕິຊົມ​ຊື່ນຕໍ່​ການ​ຜັນ​ແປ​ຕ່າງໆອັນ​ຕັ້ງໜ້າ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ລະຫວ່າງ​ບັນດາ​ປະ​ເທດອາ​ຊຽນ ​ແລະ ຈີນ ​ເພື່ອ​ແນ​ໃສ່​ສ້າງ​ປະມວນ​ຂໍ​ກຳນົດ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ຝລັ່ງຢືນຢັນ​ສະໜັບສະໜູນ​ຫວຽດນາມ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ EU. ດ້ວຍ​ຖານະ​ເປັນ​ຜູ​້ປະສານ​ງານ​ການ​ພົວພັນ​ລະຫວ່າງ ອາ​ຊຽນ - EU, ຫວຽດນາມ ຢືນຢັນ ສະໜັບສະໜູນ​ຝລັ່ງ ​ເພີ່ມທະວີ​ການ​ພົວພັນ​ກັບ​ອາ​ຊຽນ.

ຂ່າວ/ບົດ​ອື່ນ