ທ່ານລັດຖະມົນຕີການຕ່າງປະເທດອາເມລິກາJohn Kerry ຢ້ຽມຢາມນະຄອນໂຮ່ຈິມີນ

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາJohn Kerry ຢ້ຽມຢາມນະຄອນໂຮ່ຈິມີນ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາJohn Kerry ຢ້ຽມຢາມນະຄອນໂຮ່ຈິມີນ
photo:TTXVN

(vovworld)- ກ່າວ​ຄຳ​ເຫັນ​ຕໍ່​ປະ​ຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເມື່ອ​ມາ​ຢ້ຽມຢາມ​ນະຄອນ ​ໂຮ່ຈິ​ມີນ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 14-17/12, ທ່ານ John Kerry, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ຖື​ວ່າ: ມີ​ບໍລິສັດ​ສອງ​ປະ​ເທດ​ຫລາຍ​ແຫ່​ງພວມ​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ວັດທະນາ​ຖາວອນ​ຂອງ​ສອງ​ປະ​ເທດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ບັນດາ​ບໍລິສັດ​​ໃຫຍ່​ຄື: Intel, Microsoft, General Electrics.. ພວມ​ພັດທະນາ​ຢ່າງ​ດີງາມ​ຢູ່​ຫວຽດນາມ. ​ເລື່ອງ​ບັນດາ​ຄູ່​ຮ່ວມ​ມື​ອາ​ເມ​ລິ​ກາ ພວມ​ຫນູນ​ຊ່ວຍ​ບໍລິສັດ​ການ​ບິນ​ແຫ່ງ​ຊາດ​ຫວຽດນາມ​ໃນ​ບາງ​ໂຄງການ ນັ້ນ​ກໍ​ແມ່ນ​ສັນຍານ​ທີ່​ເປ​ັນຫນ້າ​ຊື່ນ​ຊົມ​ໃຫ້​ແກ່​ການ​ພັດທະນາ​ລວມ. ສອງ​ປະ​ເທດ​ພວມ​ໄປ​ຖືກ​ທິດ​ກ່ຽວ​ກັບ​ເລື່ອງ​ນຳ​ການ​ພົວພັນ​ດ້ານ​ການ​ຄ້າ​ພັດທະນາ​ຢ່າງ​ແຂງ​ແຮງກວ່າ. ທ່ານ John Kerry ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ​ໄດ້​ຫນູນ​ຊ່ວຍ​ໃນ​ເບື້ອງ​ຕົ້ນ​ຈຳນວນ​ເງິນ 4,2 ລ້ານ USD ​ໃຫ້​​ແກ່​ອົງການ​ສະ​ເພາະ​ກິດ​ກ່ຽວ​ກັບ​ການ​ສ້າງ​ໂຄງການ​ຊຸກຍູ້​ສ້າງການ​ພົວພັນ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ