ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານກອງປະຊຸມແລກປ່ຽນວຽກງານສຶກສາ ແລະ ບຳລຸງສ້າງ

(VOVWORLD) - ວັນທີ 25 ມັງກອນ, ທີ່ສຳນັດງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານກອງປະຊຸມແລກປ່ຽນວຽກງານໄຕມາດ 1 ກຸ່ມການສຶກສາ ແລະ ບຳລຸງສ້າງ. 


ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ໃນໄຕມາດ 1 ແລະ ທັງປີ 2018, ຂະແໜງການສຶກສາ ແລະ ບຳລຸງສ້າງຕ້ອງກະກຽມຮາກຖານວັດຖຸໃຫ້ລາຍການສຶກສາສາມັນໃໝ່; ຊັບຊ້ອນບັນດາສູນ, ຮາກຖານສຶກສາວິຊາອາຊີບ; ພິຈາລະນາ, ພັດທະນາໂຮງຮຽນລົງເລິກວິຊາ, ຫ້ອງຮຽນລົງເລິກວິຊາຕິດພັນກັບການຫັນເປັນການສຶກສາສັງຄົມ…

        ທ່ານຮອງນາຍົກລັດຖະມົນຕີກໍ່ໃສ່ໃຈວ່າ ຂະແໜງການສຶກສາຖືເປັນສຳຄັນ, ປະຕິບັດວຽກງານສຶກສາມະນຸດ, ສຶກສາຄຸນສົມບັດ, ວິຖີຊີວິດໃຫ້ນັກຮຽນຢ່າງເຂັ້ມງວດ.


ຕອບກັບ

ຂ່າວ/ບົດ​ອື່ນ