ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ

(VOVWORLD) -ວັນທີ 24 ຕຸລາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Kun-hyung Ahn, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ສ.ເກົາຫຼີ ພວມມີການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ, ເຕັກນິກ ຫວຽດນາມ - ສ.ເກົາຫຼີ ຢູ່ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ສະເໜີໃຫ້ ສ.ເກົາຫຼີ ແລະ ບັນດາອົງການຝ່າຍ ຫວຽດນາມ ສັງລວມ, ເລືອກເຟັ້ນບັນດາເນື້ອໃນຂໍ້ຕົກລົງສຳຄັນທີ່ກອງປະຊຸມລະຫວ່າງລັດຖະບານໂດຍໄວ ເພື່ອຍື່ນສະເໜີຕໍ່ຂັ້ນມີສິດອຳນາດຕັດສິນເຊັນໃນການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ. ເພື່ອສືບຕໍ່ພັດທະນາການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ສະເໜີວ່າ ຄະນະກຳມະການລະຫວ່າງລັດຖະບານຈະສະເໜີບັນດາມາດຕະການບຸກທະລຸ ເພື່ອເພີ່ມວົງເງິນການຄ້າສົ່ງອອກ, ນຳເຂົ້າລະຫວ່າງ 2 ປະເທດ ແລະ ດຸ່ນດ່ຽງການຄ້າລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໂດຍໄວ ເມືຶ່ອ ຫວຽດນາມ ຍັງນຳເຂົ້າເກີນດຸນຈາກ ສ.ເກົາຫຼີ.

        ສ່ວນທ່ານ Kun-hyung Ahn ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ເຊື່ອໝັ້ນວ່າ ຫວຽດນາມ ຈະກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 3 ຂອງ ສ.ເກົາຫຼີ (ເພື່ອບັນລຸໄດ້ຄາດໝາຍ 100 ຕື້ USD ວົງເງິນການຄ້າສົ່ງອອກ-ນຳເຂົ້າ).

ຕອບກັບ

ຂ່າວ/ບົດ​ອື່ນ