ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສິ້ນສຸດການຢ້ຽມຢາມ ຈີເລ ຢ່າງເປັນທາງການ

(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ສ.ຈີເລ ຢ່າງເປັນທາງການ, ວັນທີ 05 ກໍລະກົດ, ທີ່ພິທີວາງພວງມາລາຢູ່ອະນຸສາວະລີ ໂຮ່ຈີມິນ ຢູ່ນະຄອນຫລວງ Santiago.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສິ້ນສຸດການຢ້ຽມຢາມ ຈີເລ ຢ່າງເປັນທາງການ - ảnh 1ພິທີວາງພວງມາລາຢູ່ອະນຸສາວະລີ ໂຮ່ຈີມິນ ຢູ່ນະຄອນຫລວງ Santiago 

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຂອບໃຈປະຊາຊົນ ຈີເລ ຍາມໃດກໍ່ຮັກສາອະນຸສາວະລີ ໂຮ່ຈີມິນ ຄືດັ່ງສັນຍາລັກໃຫ້ແກ່ນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງປະຊາຊົນ 2 ປະເທດ.

        ທີ່ການພົບປະກັບທ່ານປະທານສະພາສູງ ຈີເລ Carlos Monter Cisternas ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຈີເລ - ຫວຽດນາມ ຢູ່ສະພາຕ່ຳ ຈີເລ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ປາດຖະໜາວ່າ ອົງການນິຕິບັນຍັດ 2 ປະເທດ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຮ່ວມມືແບ່ງປັນບົດຮຽນໃນການກໍ່ສ້າງກົດໝາຍ ແລະ ຊຸກຍູ້ການພົບປະແລກປ່ຽນປະຊາຊົນ.

        ທ່ານປະທານສະພາສູງ ຈີເລ ແລະ ກຸ່ມສະມາຊິກລັດຖະສະພາມິດຕະພາບ ຈີເລ - ຫວຽດນາມ ຢູ່ສະພາຕ່ຳ ຈີເລ ໄດ້ຕີລາຄາສູງການມາຢ້ຽມຢາມ ຈີເລ ຂອງຄະນະການນຳຂັ້ນສູງ ຫວຽດນາມ ແລະ ຢືນຢັນວ່າ ສະພາແຫ່ງຊາດ ຈີເລ ປາດຖະໜາຢາກເພີ່ມທະວີຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ໃນໄລຍະຈະມາເຖິງຫລາຍກ່ວາອີກ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສການຄ້າ - ການລົງທຶນ ຫວຽດນາມ - ຈີເລ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ຝ່າຍມີຄວາມກ້າຫານຂຸດຄົ້ນບັນດາກາລະໂອກາດ, ພິເສດ ແມ່ນໂອກາດຈາກສັນຍາ CPTPP ເຊິ່ງສະພາແຫ່ງຊາດ 2 ຝ່າຍພວມພິຈາລະນາໃຫ້ສັດຕະຍາບັນ, ເພືືື່ອສ້າງບາດກ້າວບຸກທະລຸເຂົ້າຕະຫລາດຂອງກັນ, ຜ່ານນັ້ນ ເຊື່ອມຕໍ່ກັບຕະຫລາດ ອາຊຽນ ແລະ ອາເມລິກາ ລາຕິນ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 3 ສະພາການຄ້າເສລີ ຫວຽດນາມ - ຈີເລ ແລະ ສິ້ນສຸດການຢ້ຽມຢາມອັນດີງາມ ສາທາລະນະລັດ ຈີເລ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ