ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງເຂົ້າຮ່ວມກອງປະຊຸມອະນາຄົດຂອງອາຊີ
ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງກ່າວຄຳເຫັນທີ່ກອງປະຊຸມ
|
(vovworld)- ແຕ່ວັນທີ 30-31/5, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອະນາຄົດ ອາຊີ ຄັ້ງທີ 22 ແລະ ບັນດາການເຄື່ອນໄຫວກ່ຽວຂ້ອງຢູ່ ໂຕກຽວ ປະເທດ ຍີ່ປຸ່ນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຖືວ່າ: ເພື່ອຜ່ານຜ່າສິ່ງທ້າທາຍ, ມຸ່ງໄປເຖິງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ, ບັນດາປະເທດ ອາຊີ ຄວນຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບເອກະລາດອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງແຕ່ລະປະເທດ, ແກ້ໄຂຄວາມບໍ່ລົງລອຍ, ການຂັດແຍ້ງໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ສອດຄ່ອງກັບກົດບັດ ສປຊ. ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຢືນຢັນຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການຜັນຂະຫຍາຍຫລາຍມາດຕະການຢ່າງຄົບຊຸດ ແລະ ຂ້ຽວຂາດ ເພື່ອຊ່ວຍພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ, ສູ້ຊົນນຳຫວຽດນາມ ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມ.