ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງພົບປະກັບຜູ້ມີສິດເລືອກຕັ້ງແຂວງລອງອານ

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງພົບປະກັບຜູ້ມີສິດເລືອກຕັ້ງແຂວງລອງອານ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງ ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ
ແຂວງ ລອງ​ອານ
ພາບ:TTXVN

(vovworld)- ໃນ​ວັນ​ທີ 5 ແລະ 6/8, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເມືອງ​ຮ່​ວາ​ດືກ, ດືກ​ເຫ້ວ, ເບນ​ລືກ ແລະ ຖູ​ເທື່ອ​ຂອງ ແຂວງ ລອງ​ອານ. ທີ່​ການ​ພົບ​ປະ, ພາຍ​ຫລັງ​ໄດ້​ຮັບ​ຟັງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ລາຍ​ງານ​ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊົມ​ເຊີຍໝາກ​ຜົນ​ກອງ​ປະ​ຊຸມ​ມີ​ການ​ປ່ຽນ​ໃຫມ່​ຫລາຍ​ຢ່າງ ແລະ ຫລາຍ​ຄົນ​ຢາກ​ສະ​ພາ​ແຫ່ງ​ຊາດ ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແລະ ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ການ​ຫຍໍ້​ທໍ້​ຢ່າງ​ຂ້ຽວ​ຂາດກວ່າ, ແກ້​ໄຂ​ບັນ​ດາ​ການ​ກະ​ທຳ​ກໍ່​ມົນ​ລະ​ພິ​ດ​ຕໍ່​ສິ່ງ​ແວດ​ລ້ອມ​ຢ່າງ​ເຂັ້ມ​ງວດ.  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບີງ ຖືວ່າ: ສ​ະ​ພາບ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ​ໄດ້​ຮັບ​ປະ​ກັນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຍົກ​ສູງ​ຂຶ້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ