ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຕ້ອນຮັບທ່ານ ມານົບໄຊ ວົງພັກດີ, ເອກອັກຄະລັດຖະທູດໄທ ປະຈຳຫວຽດາມ
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 24/10 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ມານົບໄຊ ວົງພັກດີ, ເອກອັກຄະລັດຖະທູດໄທ ປະຈຳຫວຽດາມ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊື້ງມາຍັງລາດຊະວົງ, ລັດຖະບານ ແລະ ປະຊາຊົນໄທ ຕໍ່ການ ສະຫວັນນະຄົດຂອງ ພະບາດສົມເດັດ ພະເຈົ້າມະຫາຊີວິດ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ເນັ້ນຫນັກວ່າ: ຍາມໃດຫວຽດນາມ ກໍຖືການພົວພັນກັບບັນດາສະມາຊິກ ພາຍໃນກຸ່ມອາຊຽນເປັນສຳຄັນ, ໃນນັ້ນ ມີໄທ. ລັດຖະບານຫວຽດນາມຍາມໃດກໍເອົາໃຈໃສ່ ແລະ ສະຫນັບສະຫນູນການພົວພັນລະຫວ່າງປະຊາຄົມວິສາຫະກິດຂອງສອງປະເທດ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພັດທະນາການພົວພັນນີ້, ເຮັດໃຫ້ຜົນປະໂຫຍດຂອງສອງຝ່າຍເພີ່ມຂຶ້ນ. ທ່ານຮອງນາຍົກລັດຖະມົນຕີ ປາດຖະຫນາວ່າ ໄທ ແລະ ຫວຽດນາມ ຈະມີຂໍ້ຕົກລົງການຮ່ວມມືແຮງງານໂດຍໄວ ເມື່ອປະຊາຄົມເສດຖະກິດ ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ, ໃນນັ້ນ ໄທໄດ້ສ້າງເງື່ອນໄຂເປີດກວ້າງບັນດາຂະແຫນງອາຊີບທີ່ມີການຈ້າງຄົນງານຫວຽດນາມ, ຊຸກຍູ້ການສ້າງບັນດາໂຄງການໄຟຟ້າໃຊ້ພະລັງຄວາມຮ້ອນ ຢູ່ ແຂວງ ກວ໋າງຈີ້ ຂຶ້ນກັບແລວເສດຖະກິດ ຕາເວັນອອກ ຕາເວັນຕົກ ຊື່ງສອງປະເທດລ້ວນແຕ່ມີຜົນປະໂຫຍດ.ທ່ານຮອງນາຍົກລັດຖະມົນຕີ ປາດຖະຫນາວ່າ ໄທ ແລະ ຫວຽດນາມ ເສີມຂະຫຍາຍທັດສະນາລວມ, ຮັບປະກັນບົດບາດເປັນໃຈກາງຂອງອາຊຽນ ໃນການພົວພັນກັບບັນດາປະເທດ ແລະ ບັນດາພື້ນຖານເສດຖະກິດອື່ນໃນໂລກ.