ທ່ານຮອງປະທານປະເທດ ຈີນ ສື່ຈີ້ນພິ່ງ ໄປຢ້ຽມຢາມ ອາເມລິກາ

ທ່ານຮອງປະທານປະເທດ ຈີນ ສື່ຈີ້ນພິ່ງ ໄປຢ້ຽມຢາມ ອາເມລິກາ - ảnh 1
( ພາບ: vnexpress.net )

( vovworld ) - ​ວັນ​ທີ 13/2, ທ່ານ​ຮອງ​ປະທານ​ປະ​ເທດ ​ຈີນ ສື່​ຈີ້​ນພິ່ງ ​ໄດ້​​ເດີນທາງໄປ​ຮອດ ອາ​ເມ​ລິ​ກາ, ​ ​​ເຊິ່ງເປັນ​ປະ​ເທດທຳ​ອິດ​ໃນ​​ແຜນການ​ຢ້ຽມຢາມສາມ​ປະ​ເທດຄື; ອາ​ເມ​ລິ​ກາ, ອາຍ​ແລນ ​ແລະ ຕວກກີ ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 22/2 ຢ່າງ​ເປັນ​ທາງ​ການຂອງ​ການ​ນຳ ຈີນ. ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ​ ຂອງທ່ານ​ຮອງ​ປະທານ​ປະ​ເທດ ສື່​ຈີ້​ນພິ່ງ ​ແມ່ນຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden. ຄາດ​ວ່າ, ​ໃນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຄັ້ງ​ນີ້, ທ່ານ​ຮອງ​ປະ​ທານ​ປະ​ເທດ ຈີນ ສື່​ຈີ້​ນພິ່ງ ຈະ​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ປະທານາທິບໍດີ Joe Biden ​ແລະ ພົບ​ປະ​ເຈລະຈາ​ກັບ​ບັນດາເຈົ້າ​ໜ້າ​ທີ່​​ຂອງ​ປະ​ເທດ​ເຈົ້າພາບ ​ເພື່ອ​ປຶກ​ສາ​ຫາລື​ກ່ຽວ​ກັບບັນດາ​ບັນຫາ​ໃນ​ການ​ພົວພັນ​ຂອງ​ສອງ​ປະ​ເທດ ກໍ​ຄື​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພາຍຫຼັງ​ເດີນທາງ​ອອກ​ຈາກ ອາ​ເມ​ລິ​ກາ, ທ່ານ ສື່​ຈີ້​ນພິ່ງ ຈະ​ໄປ​ຢ້ຽມຢາມ ອາຍ​ແລນ ​ແລະ ຕວກກີ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ອາຍ​ແລນ Enda Kenny ​ແລະ ທ່ານ​ປະທານາທິບໍດີ ຕວກກີ Abdullah Gul.
ຂ່າວ/ບົດ​ອື່ນ