ທ່ານຮອງປະທານາທິບໍດີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສະວິດ ຈະເດີນທາງໄປຢ້ຽມຢາມ ຫວຽດນາມ
(VOVWORLD) -ວັນທີ 4 ສິງຫາ ຈະມາເຖິງ, ທ່ານຮອງປະທານາທິບໍດີ ທັງເປັນລັດຖະມົນຕີການຕ່າງປະເທດ ສະວິດ Ignazio Cassis ຈະເລີ່ມເດີນທາງໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ Ivo Sieber ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານຮອງປະທານາທິບໍດີ Ignazio Cassis ທີ່ຈະດຳເນີນໃນລະຫວ່າງວັນທີ 4 – 6 ສິງຫາ, ບໍ່ພຽງແຕ່ຊ່ວຍເສີມສ້າງສາຍພົວພັນທີ່ແໜ້ນແຟ້ນ ແລະ ຍາວນານໃຫ້ເລິກເຊິ່ງຕື່ມອີກເທົ່ານັ້ັ້ນ, ຫາກຍັງຊີ້ໃຫ້ເຫັນຄວາມສາມັກຄີໄມຕີຈິດມິດຕະພາບ ລະຫວ່າງ ສະວິດ - ຫວຽດນາມ ໄດ້ຢ່າງເດັ່ນຊັດອີກດ້ວຍ, ພິເສດ ແມ່ນໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍນາໆປະການຄືນໃນປັດຈຸບັນ. ທ່ານເອກອັກຄະລັດຖະທູດ Ivo Sieber ກໍເນັ້ນໜັກວ່າ ສາຍພົວພັນຄູ່ຮ່ວມມືລະຫວ່າງ ສະວິດ ແລະ ຫວຽດນາມ ພວມດຳເນີນໄປຢ່າງຈົບງາມ ແລະ ຈະສືບຕໍ່ພັດທະນາຄືແນວນັ້ນໃນໄລຍະຟື້ນຟູຫຼັງໂລກລະບາດໂຄວິດ - 19. ບັນດາຜົນງານທີ່ສອງປະເທດໄດ້ພ້ອມກັນເພີ່ມພູນຄູນສ້າງ ແລະ ບັນລຸໄດ້ນັ້ນ ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍືນຍົງ ແລະ ແໜ້ນແຟ້ນກວ່າໃນອະນາຄົດ.
ສະວິດ ແມ່ນໜຶ່ງໃນບັນດາປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງສາຍພົວພັນທາງການທູດກັບ ຫວຽດນາມ ຄືໃນວັນທີ 11 ຕຸລາ 1971.