(vovworld) - ຕອນເຊົ້າວັນທີ 17/8, ຢູ່ທີ່ຮ່າໂນ້ຍ, ທ່ານເລຂາທິຫານໃຫຍ່ຫວຽດນາມ Nguyen Phu Trong ໄດ້ມີການເຮັດວຽກກັບກະຊວງສຶກສາ ແລະ ບຳງລຸງສ້າງ ເພື່ອກວດກາການປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 11 ຂອງພັກ ແລະ ກະກຽມເນື້ອໃນໃຫ້ກອງປະຊຸມສູນກາງຄັ້ງທີ 6 ຊຸດທີ 11. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ຢືນຢັນຄວາມໝາຍ ແລະ ຄວາມສຳຄັນຂອງການສຶກສາ ແລະ ບຳລຸງສ້າງທີ່ມີຕໍ່ພາລະກິດພັດທະນາປະເທດຊາດ, ປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງຜູ້ທີ່ມີຄວາມເກ່ັງກ້າສາມາດ. ການສຶກສາ ແລະ ບຳລຸງສ້າງແມ່ນໜຶ່ງໃນຫຼາຍຂົງເຂດທີ່ກ່ຽວຂ້ອງເຖິງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ມີການກະທົບເຖິງທົ່ວສັງຄົມ. ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ວາງອອກບາງບັນຫາເຊິ່ງຂະແໜງສຶກສາຕ້ອງປະຕິບັດ.
“ປະຈຸບັນຢູ່ຫວຽດນາມ ໄດ້ມີທິດສະດີກ່ຽວກັບການສຶກສາແລ້ວບໍ່, ທິດສະດີກ່ຽວກັບວິທະຍາສາດສຶກສາຢູ່ຫວຽດນາມ ໃນໄລຍະປ່ຽນໃໝ່, ຫັນເປັນອຸດສາຫະກຳ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນແລ້ວບໍ່ ຕ້ອງຮັບເອົາອັນໃດ, ຮັບເອົາບົນພື້ນຖານໃດ. ຂໍຖາມວ່າ ປະຈຸບັນພວກເຮົາໄດ້ເຮັດວຽກງານວິທະຍາສາດທິດສະດີກ່ຽວກັບການສຶກສາຢູ່ຫວຽດນາມ ຄືແນວໃດ, ຂ້າພະເຈົ້າຂໍ້ເຈາະຈິ້ມອອກບັນຫາຍຸດທະສາດໜຶ່ງແມ່ນຄືແນວນັ້ນ”.