ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ ເອກອັກຄະລັດຖະທູດ ສະຫະພັນລັດເຊຍ ປະຈຳຫວຽດນາມ
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ
ທ່ານເອກອັກຄະລັດຖະ ທູດສະຫະພັນລັດເຊຍ ປະຈຳຫວຽດນາມ Andrei Kovtun
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 8/12, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Andrei Kovtun ເຂົ້າຢ້ຽມຄຳນັບເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ; ຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການຊຸກຍູ້ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ; ປາດຖະໜາວ່າ ພາຍຫຼັງສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງ ແລະ ພັດທະນາການພົວພັນ ຫວຽດນາມ-ລັດເຊຍ.
ທ່ານເອກອັກຄະລັດຖະທູດ Andrei Kovtun ຢືນຢັນວ່າ: ໃນໄລຍະຈະມາເຖິງ, ສະຫະພັນລັດເຊຍ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ ແລະ ສະຫະພັນລັດເຊຍ