(ທ່ານພົນເອກ ຫວໍງວຽນຢາບ)
(vovworld) - ວັນທີ 25 ສິງຫາ, ທ່ານພົນເອກ ຫວໍງວຽນຢາບ, ຜູ້ບັນຊາການໃຫຍ່ຄົນທຳອິດຂອງກອງທັບປະຊາຊົນຫວຽດນາມ, ເປັນອ້າຍກົກຂອງກຳລັງປະກອບອາວຸດປະຊາຊົນຫວຽດນາມ ວິລະຊົນ, ໄດ້ກ້າວເຂົ້າສູ່ອາຍຸ 103 ປີ (25/8/1911 – 25/8/2013). ເນື່ອງໃນໂອກາດນີ້, ຕອນບ່າຍວັນທີ 24 ສິງຫາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ, ອວຍພອນອາຍຸໝັ້ນຂວັນຍືນທ່ານພົນເອກ ຫວໍງວຽນຢາບ. ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ສະແດງຄວາມເຄົາລົບນັບຖືຕໍ່ທ່ານພົນເອກ ຫວໍງວຽນຢາບ, ອວຍພອນໃຫ້ທ່ານພົນເອກມີສຸຂະພາບເຂັ້ມແຂງ, ອາຍຸຍືນ ແມ່ນແບບຢ່າງ ແລະ ແມ່ນຄວາມເອກອ້າງຖະນົງໃຈຂອງກອງທັບປະຊາຊົນຫວຽດນາມ. ທ່ານເລຂາທິຫານໃຫຍ່ ຫງວຽນຟຸ໋ຈ້ອງ ໄດ້ຍ້ອງຍໍຊົມເຂີຍ ແລະ ຂອບໃຈບັນດາແພດໝໍໂຮງໝໍສູນກາງກອງທັບ 108 ໄດ້ປິ່ນປົວ, ເບິ່ງແຍງຢ່າງສຸດຈິດສຸດໃຈຕໍ່ສຸຂະພາບຂອງທ່ານພົນເອກ ຫວໍງວຽນຢາບ; ປາດຖະໜາວ່າໝູ່ພະນັກງານ, ແພດໝໍສືບຕໍ່ເບິ່ງແຍງສຸຂະພາບເປັນຢ່າງດີກວ່າອີກ ເພື່ອໃຫ້ທ່ານພົນເອກມີສຸຂະພາບເຂັ້ມແຂງ, ອາຍຸຍືນ.