ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ອີຕາລີ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ອີຕາລີ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ
ທ່ານປະທານາທິບໍດີ​ອີ​ຕາ​ລີ Giorgio Napolitano
ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​)


(vovworld) -ຕອນ​ບ່າຍ​ວັນ​ທີ​ 22/1, ທ່ານ​ເລຂາທິການ​​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ ຟຸ໋ຈ້ອງໄດ້​​ເດີນທາງ​ອອກ​ຈາກ Rome, ສິ້ນ​ສຸດການຢ້ຽມຢາມ​ທາງ​ລັດຖະກິດ​ອີ​ຕາ​ລີ. ​ໃນ​ໂທລະ​ເລກ​ຂອບ​ໃຈ​ທີ່​ສົ່ງ​ເຖິງ​ທ່ານ​ປະທານາທິບໍດີ​ອີ​ຕາ​ລີ Giorgio Napolitano, ທ່ານ​ເລຂາທິການ​​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ ຟຸ໋ຈ້ອງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ຍົກ​ການ​ພົວພັນ​ຫວຽດນາມ-ອີ​ຕາ​ລີ​ໃຫ້​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈະ​ເປັນ​ພື້ນຖານ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຂງ​ແຮງ​, ຮອບດ້ານ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດ ຂອງປະຊາຊົນແຕ່ລະ ປະເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລ​ະພັດທະນາ.
     ກ່ອນ​ໜ້າ​ນັ້ນ ຄື ວັນ​ທີ 21/01, ທ່ານ​ເລຂາທິການ​ໃຫຍ່ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ທ່ານປະທານາທິບໍດີ​ອີ​ຕາ​ລີ Giorgio Napolitano ​ໄດ້​ມີ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​ຢູ່​ທຳນຽບປະທານາທິບໍດີ​ອີ​ຕາ​ລີ ພາຍຫຼັງ​ສິ້ນສຸດ​ການ​ເຈລະຈາ. ນະ​ທີ່​ນີ້, ທ່ານປະທານາທິບໍດີ​ Giorgio Napolitano ​ໄດ້​ຕີ​ລາ​ຂາ​ສູງ​ບັນດາ​ຜົນງານ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ ​ແລະ ຢືນຢັນ​ວ່າ ອີ​ຕາ​ລີ ປາດ​ຖະໜາ​ຍາກ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ແຮງ ​ແລະ ປະກອບ​ຫຼາຍ​ກວ່າ​ອີກເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ (EU) ຫຼາຍ​ກວ່າ​ອີກ. ສ່ວນທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ເນັ້ນ​ໜັກ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ບົດບາດ, ທີ່​ຕັ້ງ​ຂອງ​ອີ​ຕາ​ລີ ​ຢູ່​ເອີ​ລົບ ​ແລະ ​ຢູ່ໃນ​ໂລກ. ກ່ຽວ​ກັບ​ໝາກຜົນ​ຂອງ​ການ​​ເຈລະຈາ​ລະຫວ່າງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ທ່ານປະທານາທິບໍດີ​ Giorgio Napolitano, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້ງວ່າ.

“ພວກ​ເຮົາ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ເກືອບ​ທຸກ​ຂົງ​ເຂດທີ່ໄດ້​ຍົກ​ອອກ​ມາ ​ແລະ ພ້ອມ​ກັນ​ສະຫຼຸບ​ວ່າ ພວກ​ເຮົາ​ສາມາດ​ປະກາດສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຕາ​ລີ, ນີ້​ກໍ​ແມ່ນ​ຮູບ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງສາຍພົວພັນ​ທາງ​ການ​ທູດ​ລະ​ຫວ່າງ 2 ປະ​ເທດ. ພວກ​ເຮົາ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ບັນດາ​ຜົນງານ, ບົດຮຽນ​ທີ່​ມີ​ຢູ່​ແລ້ວ​ໃນ​ການ​ຮ່ວມ​ມື​ຕະຫຼອດ 40 ປີຜ່ານມາ, ​ໃນ​ໄລຍະ​ໃໝ່​ຈະ​ສືບ​ຕໍ່​ນຳ​ບັນດາ​ການ​ພົວພັນ​ນີ້​ເຂົ້າ​ສູ່​ລວງ​ເລິກ ບົນ​ພື້ນຖານ​ຖະ​ແຫຼ​ງການ​ຮ່ວມ ຍົກ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອີ​ຕາ​ລີ ​ໃນ​ທຸກ​ຂົງ​ເຂດ, ​ແຕ່​ກ່ອນ​ອື່ນ​ໝົດ​ຕ້ອງ​ສຸມ​ໃສ່​ຂົງ​ເຂດເສດຖະກິດ, ການ​ລົງທຶນ ​ແລະ ການ​ຄ້າ”.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີອີຕາລີ Mario Monti. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ຍູ້​​ແຮງການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​; ລັດຖະບານ 2 ປະ​ເທດ​ໄດ້​ສົ່ງ​ເສີມ ​ແລະ ສ້າງ​ເງື່ອງ​ໄຂ​ສະດວກເພື່ອ​ໃຫ້ 2 ປະ​ເທດ​ຮ່ວມ​ມື​ລົ​ງທຶນ, ດຳ​ເນີນ​ທຸລະ​ກິດ​ໃນ​ທຸກ​ຂົງ​ເຂດ​ເຊິ່ງອີ​ຕາ​ລີ ມີ​ທ່າ​ແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ. 2 ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້ການ​ລົງ​ນາມ ​ແລະ ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ, ບຳລຸງ​ສ້າງ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ... ສິ້ນ​ສຸດ​ການ​ພົບ​ປະ​ເຈລະຈາ, ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ນາຍົກລັດຖະມົນຕີອີຕາລີ Mario Monti ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບັນ​ດາ​ເອກະສານຄື: ຖະ​ແຫຼ​ງການ​ຮ່ວມ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ; ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ໂຄງການ​ຊາຍ​ຄາ                    ອີ​ຕາ​ລີ; ​ໂຄງການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາລະ​ຫວ່າງ 2 ລັດຖະບານ​ໄລຍະ 2013 – 2016; ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ປ້ອງ​ກັນປະ​ເທດ; ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອ​ດ້ານ​ບໍລິຫານ​ໃນ​ຂົງ​ເຂດພາສີ; ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​​ແກັດ​ຫວຽດນາມ - ກຸ່ມ​ບໍລິສັດນ້ຳມັນ​ອາຍ​​ແກັດ​ແຫ່ງ​ຊາດ​ອີ​ຕາ​ລີ....

ຂ່າວ/ບົດ​ອື່ນ