ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ກັບສະພາທິດສະດີ ສູນກາງ
(ພາບ: Trí Dũng - TTXVN)
(vovworld)- ຕອນເຊົ້າວັນທີ 30/12, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ເຮັດວຽກກັບຄະນະປະຈຳສະພາທິດສະດີສູນກາງ, ຟັງການລາຍງານໝາກຜົນແຫ່ງການປະຕິບັດໜ້າທີ່ວຽກງານປີ 2013 ແລະ ທິດທາງ, ໜ້າທີ່ວຽກງານປີ 2014. ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ ຮັບຮູ້ວ່າ: ໃນປີ 2013, ສະພາທິດສະດີສູນກາງ ໄດ້ມີບາດກ້າວພັດທະນາໃໝ່ກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານ, ປ່ຽນໃໝ່ວິທີການເຄື່ອນໄຫວ ແລະ ປະຕິບັດໄດ້ວຽກງານຫຼາຍຢ່າງ. ກ້າວເຂົ້າສູ່ປີ 2014, ບັນດາວຽກງານກະກຽມໃຫ້ແກ່ກອງປະຊຸມໃຫ່ຍທົ່ວປະເທດຄັ້ງທີ 12 ຂອງພັກໄດ້ເລີ່ມດຳເນີນ, ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ ປາດຖະໜາວ່າ: ສະພາທິດສະດີສູນກາງ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນບັນດາຂົງເຂດວຽກງານ; ຕ້ອງຮັບຮູ້ແຈ້ງຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງຕົນ, ໃນນັ້ນ, ໜ້າທີ່ຈຸດສຸມແມ່ນຈັດຕັ້ງປະຕິບັດການສະຫລຸບ 30 ປີແຫ່ງການປ່ຽນໃໝ່ປະເທດຊາດເປັນຢ່າງດີ; ສືບຕໍ່ຍູ້ແຮງໜ້າທີ່ຄົ້ນຄ້ວາ, ເພີ່ມທະວີການສົ່ງເສີມການພິຈາລະນາຮັບຮອງບັນດາໂຄງການຈຸດສຸມລະດັບຊາດກ່ຽວກັບການຄົ້ນຄ້ວາວິທະຍາສາດທິດສະດີການເມືອງໄລຍະ 2011-2015. ສະພາທິດສະດີສູນກາງ ຕ້ອງເສີມຂະຫຍາຍບົດບາດຂົວຕໍ່, ສະໜອງບັນດາທິດສະດີເພື່ອແນໃສ່ເພີ່ມທະວີວຽກງານຕໍ່ສູ້ດ້ານແນວຄິດທິດສະດີ, ພ້ອມທັງປະສານງານ, ຈັດຕັ້ງກຳລັງປະຕິບັດບັນດາທິດສະດີດັ່ງກ່າວ, ເພື່ອຄັດຄ້ານບັນດາຖ້ອຍທຳນອງ, ທັດສະນະຜິດພາດຂອງບັນດາອິດທິກຳລັງທີ່ເປັນປໍລະປັກຕ້ານທຳລາຍຫວຽດນາມ./.