ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ຕ້ອນຮັບ ເຈົ້າຊາຍ Andrew ແຫ່ງລາຊະອານາຈັກ ອັງກິດ

(VOVWORLD) - ທ່ານເລຂທິການໃຫຍ່ຢັ້ງຢືນວ່າ ຫວຽດນາມ ຈະສ້າງບັນດາເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຂອງອັງກິດ ເພີ່ມທະວີ, ເປີດກ້ວາງການລົງທຶນເຮັດທຸລະກິດ ຍາວນານຢູ່ຫວຽດນາມ.

ວັນທີ 10 ກັນຍາ, ໃນໄລຍະການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ເຈົ້າຊາຍ Andrew ແຫ່ງລາຊະອານາຈັກ ອັງກິດ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດທີ່ເຈົ້າຊາຍ ກຳລັງຢ້ຽມຢາມປະເທດນີ້ເຊັ່ນດຽວກັນ. ທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືສຳຄັນການພັດທະນາສາຍພົວພັນກັບອັງກິດ - ເຊິ່ງເປັນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ; ສະເໜີໃຫ້ທັງສອງຝ່າຍຄວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ, ໂດຍສະເພາະແມ່ນໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ… ທ່ານເລຂທິການໃຫຍ່ຢັ້ງຢືນວ່າ ຫວຽດນາມ ຈະສ້າງບັນດາເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຂອງອັງກິດ ເພີ່ມທະວີ, ເປີດກ້ວາງການລົງທຶນເຮັດທຸລະກິດ ຍາວນານຢູ່ຫວຽດນາມ.

ເຈົ້າຊາຍ ແຫ່ງລາຊະອານາຈັກອັງກິດ ກໍ່ຢັ້ງຢືນວ່າ ອັງກິດ ຖືການຍູ້ແຮງການພົວພັນກັບ ຫວຽດນາມເປັນສຳຄັນທີ່ສຸດ; ສ່ວນເຈົ້າຊາຍເອງ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບເລິກເຊິ່ງ, ກ້ວາງຂວາງ ແລະ ຮອບດ້ານ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ