ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງຝາກຈົດໝາຍອວຍພອນບຸນໄຫວ້ພະຈັນໃຫ້ພວກຫຼານເຍົາວະຊົນ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຝາກຈົດໝາຍໃຫ້ພວກຫຼານເຍົາວະຊົນ, ອະນຸຊົນຫວຽດນາມ ໃນທົ່ວປະເທດ

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງຝາກຈົດໝາຍອວຍພອນບຸນໄຫວ້ພະຈັນໃຫ້ພວກຫຼານເຍົາວະຊົນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

(ພາບ: VGP)

ເນື່ອງໃນໂອກາດວັນບຸນໄຫວ້ພະຈັນປີ 2019, ວັນທີ 09 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຝາກຈົດໝາຍໃຫ້ພວກຫຼານເຍົາວະຊົນ, ອະນຸຊົນຫວຽດນາມ ໃນທົ່ວປະເທດ, ບັນດາພວກຫຼານເຍົາວະຊົນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາພວກຫຼານເຍົາວະຊົນຊາວຕ່າງປະເທດອາໄສຢູ່ຫວຽດນາມ. ເນື້ອໃນຈົດໝາຍມີຕອນຂຽນວ່າ: ປີ 2019 ນີ້, ຫວຽດນາມ ແລະ ບັນດາປະເທດໃນໂລກພ້ອມກັນຈັດພິທີສະເຫຼີມສະຫຼອງ 30 ປີສົນທິສັນຍາສະຫະປະຊາຊາດກ່ຽວກັບສິດຂອງເດັກ. ພັກ, ລັດ, ໂຮງຮຽນ, ຄອບຄົວ ແລະ ສັງຄົມຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ, ສ້າງທຸກເງື່ອນໄຂເປັນຢ່າງດີທີ່ສຸດເພື່ອໃຫ້ພວກຫຼານໄດ້ລະຫຼີ້ນ, ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ພັດທະນາຢ່າງຮອບດ້ານໃນຄວາມປອດໄພ, ປອດໄສ ແລະ ປະຕິບັດບັນດາສິດຂອງເດັກຢ່າງຄົບຖ້ວນ. ປາດຖະໜາວ່າ, ພວກຫຼານເຍົາວະຊົນສືບຕໍ່ປະຕິບັດ 5 ຄຳສັ່ງສອນຂອງປະທານໂຮ່ຈີມິນ ໃຫ້ເປັນຢ່າງດີ ເພື່ອໃຫ້ພວກຫຼານໄດ້ກາຍເປັນເຈົ້າຂອງປະເທດຊາດໃນການສ້າງສາປະເທດຊາດພວກເຮົາໃຫ້ນັບມື້ນັບຮັ່ງມີ, ສວຍງາມ ແລະ ສີວິໄລໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ