ທ່ານເລຂາທິການໃຫຍ່ພັກກອມມູນິດອີຕາລີຢ້ຽມຢາມແລະເຮັດວຽກຢູ່ຮ່າຢາງ

(VOVWORLD) -ວັນທີ 20 ກໍລະກົດ, ຄະນະຜູ້ແທນຂັ້ນສູງພັກກອມມູນິດອີຕາລີ, ໂດຍທ່ານເລຂາທິການໃຫຍ່ພັກກອມມູນິດອີຕາລີ Mauro Alboresi ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຢາງ.

ທ່ານເລຂາທິການໃຫຍ່ພັກກອມມູນິດອີຕາລີຢ້ຽມຢາມແລະເຮັດວຽກຢູ່ຮ່າຢາງ - ảnh 1 ທ່ານເລຂາທິການໃຫຍ່ພັກກອມມູນິດອີຕາລີຢ້ຽມຢາມແລະເຮັດວຽກຢູ່ຮ່າຢາງ

(ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ອີຕາລີ Mauro Alboresi ຢືນຢັນວ່າ, ພັກກອມມິດອີຕາລີ ຈະມານະພະຍາຍາມເຄື່ອນໄຫວ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ເວົ້າລວມ ແລະ ກັບແຂວງຮ່າຢາງ ເວົ້າສະເພາະ. ທ່ານເລຂາທິການໃຫຍ່ອີຕາລີ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ພັກກອມມູນິດອີຕາລີ ຈະສືບຕໍ່ແລກປ່ຽນກັບອົງຄະນະພັກແຂວງຮ່າຢາງ ກ່ຽວກັບວຽກງານພັກ, ວຽກງານພັດທະນາເສດຖະກິດສັງຄົມ. ຜ່ານການຢ້ຽມຢາມຕົວຈິງຢູ່ຮ່າຢາງ, ອີຕາລີ ຈະຍູ້ແຮງວຽກງານໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ ສວນສາທາລະນະທໍລະນີທົ່ວໂລກ ເຂດພູພຽງຫິນ ດົ່ງວັນ ເຖິງປະຊາຊົນອີຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ