(vovworld) – ຕອນບ່າຍວັນທີ 30/01, ທີ່ການຕ້ອນຮັບຄະນະຜູ້ແທນທີ່ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອປະເທດເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2016, ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຈັດຕັ້ງ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຊົມເຊີຍບັນດາຜູ້ແທນຕາງໜ້າໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບເມືອຢ້ຽມຢາມບານເກີດເມືອງນອນ, ສົ່ງຄຳຢື້ຢາມຖາມຂ່າວ ແລະ ອວຍພອນປິໃໝ່ ເຖິງບັນດາຜູ້ແທນ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທຸກຄົນ. ທ່ານເລຂາທິການໃຫຍ່ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມີຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ໃນນັ້ນໄດ້ປະກອບບັນດາຄຳເຫັນສ້າງສັນຕໍ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຜ່ານມາ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ, ພັກ ແລະ ລັດ ຍາມໃດກໍເອົາໃຈໃສ່ ແລະ ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດເປັນສຳຄັນ, ປາດຖະໜາວ່າພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດຈົ່ງສາມັກຄີນຳກັນ, ຍາມໃດກໍຮັກສາ ແລະ ເສີມຂະຫຍາຍມູນເຊື້ອ, ສີສັນວັດທະນະທຳຂອງຊາດ… ທ່ານເລຂາທິການໃຫຍ່ກໍໄດ້ແຈ້ງໃຫ້ພໍ່ແມ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຊາບກ່ຽວກັບບັນດາໝາກຜົນຕົ້ນຕໍ່ຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ຢືນຢັນວ່າ ພັກ, ລັດຈະສືບຕໍ່ຍູ້ແຮງວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳແລະທັນສະໄໝຢ່າງຮອບດ້ານ ແລະ ຄົບຊຸດ.