ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດSrilanka

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດSrilanka - ảnh 1
ທ່ານເລ​ຂາ​ທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ຕ້ອນຮັບ ທ່ານເລ​ຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ Srilanka
(ພາບ: Trí Dũng/TTXVN)

(vovworld) – ຕອນ​ບ່າຍວັນ​ທີ 23/1, ທີ່​ສຳນັກງານ​ສູນ​ກາງ​ພັກ,​ ທ່ານເລ​ຂາ​ທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ຕ້ອນຮັບ ທ່ານເລ​ຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ Srilanka, ທູດ​ພິ​ເສດ​ຂອງ​ປະທານາທິບໍດີ Srilanka D.E.W Gunasekera, ພວມ​ຢ້ຽມຢາມ ຫວຽດນາມ. ນະ​ທີ່​ນີ້,​ ທ່ານເລ​ຂາ​ທິການ​ໃຫຍ່ພັກ​ກອມ​ມູນິດ Srilanka D.E.W Gunasekera ປາດ​ຖະໜາວ່າ​ ຫວຽດນາມ​ ໃນ​ຖານະ​ເປັນ​ສະມາ​ຊິກ​ສະພາ​ສິດທິ​ມະນຸດ ສປຊ ຈະ​ມີ​ສຽງ​ເວົ້າຢ່າງ​ພາວະ​ວິ​ໄສສຳລັບ​ບັນຫາ​ສິດທິ​ມະນຸດ​ຂອງ Srilanka ​ແລະ ຢືນຢັນ​ວ່າ​ພັກ​ກອມ​ມູນິດ Srilanka ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາຢາກ​ເພີ່ມ​ທະວີ​ສາຍ​ພົວພັນ​ກັບ​ພັກ​ຄອມ​ມູນິດ ຫວຽດນາມ ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງປະ​ເທດ.

  ສ່ວນ​ທ່ານເລ​ຂາ​ທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນ​ວ່າໃນ​ຖານະ​ເປັນ​ສະມາ​ຊິກ​ສະພາ​ສິດທິ​ມະນຸດ ສປຊ ອາ​ຍຸ​ການ 2014 – 2016, ຫວຽດນາມ ຈະ​ເຮັດ​ຫຼ້ອນໜ້າທີ່​ຂອງ​ຕົນ. ທ່ານເລ​ຂາ​ທິການ​ໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນ​ນະ​ໂຍບາຍ​ສະ​ເໝີຕົ້ນສະ​ເໝີປາຍ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ແລະ ການຮ່ວມມື​ຫຼາຍດ້ານກັບ Srilanka; ພ້ອມທັງ​ປາດ​ຖະໜາຢາກເພີ່ມ​ທະວີສາຍ​ພົວພັນ​ລະຫວ່າງສອງ​ພັກ​ກວ່າອີກ​,​ ​ໃນ​ນັ້ນມີ​ການ​ແລກປ່ຽນຄະນະ, ນັບ​ທັງ​ຄະນະ​ຂັ້ນສຸງ; ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິ​ດ​ເພື່ອໜູນຊ່ວຍ​ຊຶ່ງກັນ ​ແລະ ກັນ, ເພີ່ມ​ເຕີມ​ໃຫ້​ກັນ​ເພື່ອ​ພ້ອມ​ກັນ​ພັດທະນາ.


ຂ່າວ/ບົດ​ອື່ນ