ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງສະຫະພັນລັດເຊຍ
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຕ້ອນຮັບປະທານສະພາສູງສະຫະພັນລັດເຊຍ
(ພາບ: TTXVN)
(vovworld) - ທີ່ການຕ້ອນຮັບທ່ານນາງປະທານສະພາສູງສະຫະພັນລັດເຊຍ Valentina Matvienco, ໃນຕອນບ່າຍວັນທີ 22/02, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ຕີລາຄາສູງການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາງ Valentina Matvienco ທີ່ມີຄວາມໝາຍສຳຄັນຍິ່ງໃນການປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ແລະ ສະຫະພັນລັດເຊຍ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ, ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ຖືນັ້ນແມ່ນໜຶ່ງໃນບັນດາທິດທາງໃຫ້ບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຕົນ; ທ່ານເລຂາທິການໃຫຍ່ສະແດງຄວາມເຊື່ອໝັ້ນວ່າ, ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານນາງ Valentina Matvienco ຈະສ້າງກຳລັງໜູນໃໝ່, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ເລິກເຊິ່ງກວ່າ.
ສ່ວນທ່ານນາງປະທານສະພາສູງ Valentina Matvienco ຢືນຢັນວ່າ, ສະຫະພັນລັດເຊຍ ຈະມານະພະຍາຍາມຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມແລ້ວລະຫວ່າງ 2 ປະເທດໃນທຸກຂົງເຂດ, ພ້ອມກັນນັ້ນ, ສະພາແຫ່ງຊາດສະຫະພັນລັດເຊຍ ຈະສົມທົບກັນກັບສະພາແຫ່ງຊາດຫວຽດນາມ ໃນບັນດາເວທີປາໄສສາກົນ, ແນໃສ່ສູ້ຊົນເພື່ອສັນຕິພາບ, ສະຖຽນລະພາບ ແລະ ເຄົາລົບກົດໝາຍສາກົນ.