ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ
ທີ່ການພົບປະກັບປະທານສະພາສູງ ແລະ ສະພາຕ່ຳແບນຊິກ
(ພາບ: vov.vn)
(vovworld)- ສືບຕໍ່ການໄປຢ້ຽມຢາມລາຊະອານາຈັກແບນຊິກ ຢ່າງເປັນທາງການ, ວັນທີ 18/1, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ໄດ້ພົບປະກັບທ່ານ Andre Flahaut ປະທານສະພາຕ່ຳແບນຊິກ ແລະ ທ່ານນາງປະທານສະພາສູງແບນຊິກ Baronne De Bethune. ທີ່ການພົບປະກັບທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ, ທ່ານປະທານສະພາຕ່ຳແບນຊິກ Andre Flahaut ເນັ້ນໜັກວ່າ:
“ການເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາສອງປະເທດແມ່ນໂອກາດໃຫ້ພວກເຮົາແລກປ່ຽນບັນດາບັນຫາລັດຖະທຳມະນູນ ກໍ່ຄືເລື່ອງສອງປະເທດຕ້ອງສ້າງບັນດາເອກະສານດ້ານກົດໝາຍສອດຄ່ອງກັບການພັດທະນາເສດຖະກິດສັງຄົມ. ການຢ້ຽມຢາມແບນຊິກ ຂອງທ່ານແມ່ນຂີດໝາຍແຫ່ງປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ“.
ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຮອບດ້ານກັບແບນຊິກ ຊື່ງແມ່ນປະເທດມີບົດບາດ ແລະ ທີ່ຕັ້ງສຳຄັນຢູ່ເອີລົບ ແລະ ໃນໂລກ, ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນສະຫະພາບເອີລົບ. ກ່ຽວກັບການພົວພັນລະຫວ່າງສອງປະເທດ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຢືນຢັນວ່າ:
“ນີ້ແມ່ນການພົວພັນໄດ້ຮັບການທົດສອບຜ່ານວັນເວລາ, ຜ່ານຫຼາຍໄລຍະພັດທະນາໃນປະຫວັດສາດຂອງແຕ່ລະປະເທດ. ປະຈຸບັນ, ການພົວພັນລະຫວ່າງຫວຽດນາມ-ແບນຊິກ ໄດ້ຮັບການພັດທະນາໃນລະດັບສູງໃໝ່. ການຢ້ຽມຢາມແບນຊິກ ແລະ ສະຫະພາບເອີລົບ ຂອງຂ້າພະເຈົ້າ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຄັ້ງນີ້ ກໍ່ເພື່ອຈຸດປະສົງຂອບອົກຂອບໃຈບັນດາອາລົມຈິດຄວາມຮັກແພງ, ການຊ່ວຍເຫຼືອທີ່ມີປະສິດທິຜົນ, ລ້ຳຄ່າຂອງປະຊາຊົນແບນຊິກ ໃນຕະຫຼອດຊຸມເດືອນປີຜ່ານມາ, ນັບທັງໄລຍະເວລາພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກທີ່ສຸດ“.
ສອງຝ່າຍເຫັນດີເປັນເອກະສັນນຳກັນວ່າ ໃນໄລຍະຈະມາເຖິງ, ຕ້ອງເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດຢ່າງແທດຈິງ, ນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ໂດຍສະເພາະແມ່ນໃນປີ 2013, ສອງປະເທດຈະ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ຜ່ານນັ້ນ ໄດ້ສ້າງທ່ວງທ່າເພື່ອໃຫ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນພັດທະນາຢ່າງແຮງໃນໄລຍະຈະມາເຖິງ ກໍ່ຄືເພີ່ມທະວີການພົວພັນຮ່ວມມືໃນບັນດາເວທີປາໄສສາກົນ.