ທ່ານເອກອັກຄະລັດຖະທູດອາເມລິກາTedOsius:ນະຄອນເກີ່ນເທີມີທ່າແຮງແກ່ງແຍ້ງໃນການດຶງດູດແຫຼ່ງທຶນ

ທ່ານເອກອັກຄະລັດຖະທູດອາເມລິກາTedOsius:ນະຄອນເກີ່ນເທີມີທ່າແຮງແກ່ງແຍ້ງໃນການດຶງດູດແຫຼ່ງທຶນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາປະຈຳ​ຫວຽດນາມ Ted Osius
ແລະ ປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ

(vovworld) – ​​​ ຕອນ​ບ່າຍ​ວັນ​ທີ 8/6, ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາປະຈຳ​ຫວຽດນາມ Ted Osius ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ເກີ່​ນ​ເທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ Ted Osius ຕີ​ລາຄາ​ສູງ​ບັນດາ​ທ່າ​ແຮງ​ຂອງ​ເກີ່​ນ​ເທີ​ ໃນ​ການ​ປຽບທຽບ​ກັບ​ບັນດາ​ທ້ອງ​ຖິ່ນ​​ໃນ​ຂອບ​ເຂດ. ດ້ວຍ​ທີ່​ຕັ້ງພູມ​ສາດ​ສະ​ດວກ, ມີ​ຄວາມ​ສາມາດ​ບົ່ມຊ້ອນດ້ານ​ການ​ຜະລິດ​ ຜະລິດ​ຕະພັນ​ກະ​ເສດ, ບັນດາກິດຈະກຳ​ທີ່​​ມີຢູ່​ແລ້ວພວມ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດຄື: ທ່າ​ກຳ່​ປັ່ນ, ສະໜາມ​ບິນ​​ເກີ່​ນ​ເທີ ​​ໄດ້ ແລະ ພວມ​ຊ່ວຍ​ເຫຼືອ​ທ້ອງ​ຖິ່ນ​ດຶງ​ດູດ​ແຫຼ່ງກຳລັງ​ທັງພາຍໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ລົງທຶນ​ໄດ້​ຫຼາຍ. ຍ້ອນ​ເຫດ​ນັ້ນ, ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ​ ໄດ້ ແລະ​ ພວມຊອກຫາ​ກາລະ​ໂອກາດ ​ເພື່ອ​​ຮ່ວມ​ມືກັບ​ບັນດາ​ທ້ອງ​ຖິ່ນ, ​ໃນ​ນັ້ນ ມີນະຄອນ​ເກີ່​ນ​ເທີ. ທ່ານ​ເອກ​ອັກຄະ​ລັດຖະທູດ Ted Osius ​ເນັ້ນ​ໜັກ​ວ່າ:

        ເມື່ອ​ເວົ້າ​ເຖິງ​ບັນຫາພັດທະນາ​ເສດຖະກິດ, ຫວຽດນາມ ​ແລະ ​ອາ​ເມ​ລິ​ກາ ພວມ​ໃນ​ວິວັດ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມ​ປາຊີ​ຟີ​ກ (TPP) . ຖ້າ​ຫາກ​ສຳ​ເລັດ​ຜົນ​ ຈະ​ຊຸກຍູ້​ພື້ນຖານ​ເສດຖະກິດ​ຫວຽດນາມ ​ແລະ ພິ​ເສດ​ແມ່ນ​ເສດຖະກິດ​​ເຂດທົ່ງພຽງ​ແມ່​ນ້ຳຂອງ. ​ ໜຶ່ງ​ໃນ​ບັນດາ​ເສົາຄ້ຳ​​ໃນສັນຍາ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​​ແມ່ນການ​ຮ່ວມ​ມື​ ດ້ານ​ການສຶກສາລະ​ຫວ່າງ 2 ປະ​ເທດ. ​ໃນ​ນັ້ນ, ມະຫາ​ວິທະຍາ​ໄລ​ເກີ່​ນ​ເທີ ​ແມ່ນສູນ​ສຶກສາ​ໃຫຍ່. ​ແລະ ການ​ຮ່ວມ​ມື​ຢ່າງ​ລະອຽດ​ຂອງ​ພວກ​ເຮົາ​ຢູ່​ຫວຽດນາມ ​ແມ່ນ​ການ​ລົງທຶນ​ໃຫ້​ອະນາ​ຄົດ.

                                                      ​ແທງ​ຕູ່​ງ,ນັກ​ຂ່າວ VOV ປະຈຳ​ເກີ່​ນ​ເທີ

ຂ່າວ/ບົດ​ອື່ນ