ນັກຊ່ຽວຊານກອງທຶນເງິນຕາສາກົນຕີລາຄາສູງບັນດາການຫັນປ່ຽນຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດຫວຽດນາມ
ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບ
ນັກຊ່ຽວຊານກອງທຶນເງິນຕາສາກົນ ທ່ານ Kohn Nelmes
(ພາບ: VGP/HuyThang)
(vovworld) - ວັນທີ 21/04, ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງ ມີການຕ້ອນຮັບຄະນະນັກຊ່ຽວຊານກອງທຶນເງິນຕາສາກົນ (IMF) ໂດຍທ່ານ Kohn Nelmes ເປັນ ຫົວໜ້າຄະນະ ທີ່ພວມເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ແຈ້ງສັງໂດຍເຂບກ່ຽວກັບທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະ 5 ປີ 2016 – 2020; ເນັ້ນໜັກບັນດາບຸລິມະສິດຂອງ ຫວຽດນາມ ກ່ຽວກັບການປັບປຸງລະບອບ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ປະຕິຮູບໃນນະໂຍບາຍປີການເງິນ, ສືບຕໍ່ປະຕິຮູບລະບົບວິສາຫະກິດ, ຫັນບັນດາລັດວິສາຫະກິດເປັນຫຸ້ນສ່ວນ.
ຕາງໜ້າຄະນະນັກຊ່ຽວຊານກອງທຶນເງິນຕາສາກົນ, ທ່ານ ທ່ານ Kohn Nelmes ຕີລາຄາສູງບັນດາການຫັນປ່ຽນຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ ພິເສດ ແມ່ນໃນການບໍລິຫານນະໂຍບາຍເງິນຕາ, ກົນໄກບໍລິຫານອັດຕາແລກປ່ຽນເງິນຕາ ແລະ ສ້າງອົງປະກອບລະບົບທະນາຄານຄືນໃໝ່ໃນໄລຍະຜ່ານມາ, ປະກອບສ່ວນຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຮັກສາທ່າເຕີບໂຕຢ່າງເໝາະສົມ, ພ້ອມທັງຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການ ທີ່ຈຳເປັນຂອງສັງຄົມ.