ນັກປັນຍາຊົນໜຸ່ມຮ່ວມມືຄົ້ນຄ້ວາວິທະຍາສາດໃນຂົງເຂດເສດຖະກິດແລະສິ່ງແວດລ້ອມ

ນັກປັນຍາຊົນໜຸ່ມຮ່ວມມືຄົ້ນຄ້ວາວິທະຍາສາດໃນຂົງເຂດເສດຖະກິດແລະສິ່ງແວດລ້ອມ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 11/2, ສູນ​ພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີໜຸ່ມ​ຂຶ້ນ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ​ຈີ​ມິນ ​ແລະ ສູນ​ຄົ້ນ​ຄ້ວາ​ເສດຖະກິດ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ຫວຽດນາມ ​​ໄດ້ເຊັນ​ສັນຍາ​ຮ່ວມ​ມື​ພັດທະນາ​ການ​ເຄື່ອນ​ໄຫວ​​ສຶກສາ, ບຳລຸງ​ສ້າງ, ຄົ້ນ​ຄ້ວາ​ວິທະຍາສາດ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ສິ່ງ​ແວດ​ລ້ອມ ສຳລັບຖັນ​ແຖວ​ນັກ​ປັນຍາ​ຊົນ​ວິທະຍາສາ​ດໜຸ່ມ. ຕາມ​ນັ້ນ​​ແລ້ວ, 2 ຝ່າຍ​ສົມທົບ​ກັນ​ສ້າງ​ຕັ້ງ​ກຸ່ມ​ຄົ້ນ​ຄ້ວາ​ເສດຖະກິດ ​ແລະ ສິ່ງ​ແວດ​ລ້ອມ​ເພື່ອ​ຜັນ​ຂະຫຍາຍ​ການປະຕິບັດ​ບັນ​ດາ​ຫົວ​ເລື່ອງ, ​ໂຄງການ​ຄົ້ນ​ຄ້ວາ​ວິທະຍາ​ສາດ.​.​.​ ພ້ອມ​ກັນ​ນັ້ນ, ບັນດາ​ນັກ​ຄົ້ນ​ຄ້ວາ ​ແລະ ບັນດາ​ນັກວິທະຍາສາດ​ຂອງ​ສູນ​ຄົ້ນ​ຄ້ວາ​ເສດຖະກິດ​ຄຸ້ມ​ຄອງ​ສິ່ງ​​ແວດ​ລ້ອມ ຫວຽ​ດນາມ ກໍ່​ຈະ​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້ວາ ​ແລະ ​ແນະນຳ​ໃຫ້ນັກ​ສຶກສາ, ຄູອາຈານ​ໜຸ່ມ​ຂອງ​ສູນພັດທະນາ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີໜຸ່ມ. ທ່ານ​ດ່ວານ​ກິມ​ແທ່ງ, ຜູ້ອຳນວຍການ​ສູນ​ພັດທະນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີໜຸ່ມ, ​ໃຫ້​ຮູ້​ວ່າ:

    “ພວກ​ເຮົາ​​ໄດ້​ຮັບການ​ຊ່ວຍ​ເຫຼືອ​ຫຼາຍ​ຢ່າງ​ຈາກ​ສັງຄົມ, ວິ​ສາ​ຫະກິດ ກ່ຽວ​ກັບ​ດ້ານ​ການ​ເງິນ, ​ເສດຖະກິດ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນການຕ່າງໆ. ​ແຕ່​ການ​ຮ່ວມ​ມື​ນີ້​ຍັງ​ລົງ​ເລິກ​ເຂົ້າ​ໃນ​ການ​ຊ່ວຍ​​ເຫຼືອ​ຂົງ​ເຂດ​ວິຊາ​ສະ​ເພາະ ​ກໍ່​ຄື​ການ​ເຊື່ອມ​ຕໍ່​ພາຍ​ໃນ​ກັບ​ພາຍ​ນອກ. ດັ່ງ​ນັ້ນ, ການ​ສົມທົບ​ນີ້​ໄດ້​ສ້າງຄວາມ​ສາມາ​ດ​ເຕົ້າ​ໂຮມ​ຂອງ​ບັນດານັກຄົ້ນ​ຄ້ວາ​ໜຸ່ມ, ສ້າງບາດກ້າວ​ໃໝ່​​ໃຫ້​ສູນ​ພັດທະນາ​ວິທະຍາສາດ ,​ ​ເຕັກ​ໂນ​ໂລ​ຢີໜຸ່ມ.”

ຂ່າວ/ບົດ​ອື່ນ