ມອບທຶນສຶກສາໃຫ້ແກ່ນັກສຶກສາຢູ່ນະຄອນໂຫ້ຍອານ
(ພາບ: baomoi)
|
(vovworld)- ຕອນເຊົ້າວັນທີ 4/10, ຢູ່ນະຄອນຍາຈາງ, 73 ທຶນສຶກສາ, ແຕ່ລະທຶນມີມູນຄ່າ 7 ລ້ານດົງ ໄດ້ຖືກມອບໃຫ້ບັນດານັກສຶກສາປີທີ 1 ໄດ້ບືນຕົວຜ່ານຜ່າຄວາມຫຍຸ້ງຍາກຢູ່ແຂວງແຄ້ງຮ່ວາ ແລະ ນິງຖ້ວນ. ນີ້ແມ່ນການເຄື່ອນໄຫວນອນໃນໂຄງການ “ເພື່ອພັດທະນາໃນອະນາຄົດ” ຂອງໜັງສືພິມໄວໜຸ່ມ, ໃນນັ້ນ, ທຶນສຶກສາ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ ” ແມ່ນທຶນສຶກສາທີ່ສະຫງວນໃຫ້ແກ່ນັກສຶກສາຄົນໃໝ່ສົກຮຽນ 2015-2016. ໃນປີນີ້ມີນັກສຶກສາຄົນໃໝ່ 1500 ຄົນໄດ້ຮັບທຶນສຶກສາ “ຕໍ່ກຳລັງແຮງເພື່ອໄປໂຮງຮຽນ ” ດ້ວຍຍອດມູນຄ່າ 10 ຕຶ້ກວ່າດົງ. ນ້ອງຫວຽນທິຢ້ຽມຄວາ ຢູ່ແຂວງແຄ້ງຮ່ວາ ນັກສຶກສາປີທີ 1 ມະຫາວິທະຍາໄລກົດໝາຍນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ :
“ ນ້ອງມີສະພາບຄອບຄົວທີ່ຫຍຸ້ງຍາກ, ຍ້ອນເປັນເດັກກຳພ້າແຕ່ຄາວຍັງນ້ອຍ. ຄ່າໂຮງຮຽນ, ນ້ອງຕ້ອງໄປກູ້ຢືມ. ເມື່ອໄດ້ຮັບທຶນສຶກສາຂອງ ຂອງໜັງສືພິມໄວໜຸ່ມ, ນ້ອງດີໃຈຫຼາຍ ເພາະມີສ່ວນໜຶ່ງເພື່ອຈ່າຍຄ່າໂຮງຮຽນ ”