ນັກຮົບເກົ່າຢູ່ທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະ ກຳປູເຈຍເພີ່ມທະວີ ການຮ່ວມມື

ນັກຮົບເກົ່າຢູ່ທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະ ກຳປູເຈຍເພີ່ມທະວີ ການຮ່ວມມື - ảnh 1
ນັກຮົບເກົ່າຢູ່ທ້ອງຖິ່ນຕ່າງໆຂອງຫວຽດນາມ
ແລະ ກຳປູເຈຍ ເພີ່ມທະວີການຮ່ວມມື
(ພາບ: baotayninh.vn)


(vovworld) – ວັນ​ທີ 30/12, ຢູ່​ນະຄອນ ​ໄຕ​ນິງ, ສະມາຄົມ​ນັກຮົບ​ເກົ່າ​ແຂວງ​ໄຕ​ນິງ ​ໄດ້​ສົມທົບ​ກັບ​ສະມາຄົມ​ນັກຮົບ​ເກົ່າ 4 ​ແຂວງ​ຂອງ​ກຳປູ​ເຈຍ ​ແມ່ນ Svay Rieng, Prey Veng, Kampongcham, Tbong Khmum, ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ 2 ປີ (2013 - 2014) ກ່ຽວ​ກັບ​ໂຄງການ​ຮ່ວມ​ມື ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນ 2 ປີ​ຕໍ​່ໄປ (2015 - 2016). ກ່ຽວ​ກັບ​ໂຄງການ​ຮ່ວມ​ມື​ໄລຍະ 2015 – 2016, ບັນດາ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ ສືບ​ຕໍ່​ປະຕິບັດ​ວຽກ​ງານ​ສຶກສາ, ​ໂຄ​ສະນາ​ໃຫ້​ພະນັກງານ, ສະມາຊິກ​ສະມາຄົມ​ນັກຮົບ​ເກົ່າ​ບັນດາ​ແຂວງ​ເປັນ​ຢ່າງ​ດີ ດ້ວຍ​ທິດທາງ​ການ​ຕ່າງປະ​ເທດ​ຂອງ 2 ລັດ, ຂໍ້​ກຳນົດ​ຊາຍ​ແດນ​ເຊິ່ງລັດຖະບານ 2 ຝ່າຍ​ໄດ້​ລົງ​ນາມ, ສ້າງ​ເງື່ອນ​ໄຂ​ສະດວກ, ສຳ​ເລັດ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທີ່​ຍັງ​​ເຫຼື​ອບົນ​ເສັ້ນ​ຊາຍ​ແດນ​ລະຫວ່າງ​ໄຕ​ນິງ ກັບບັນດາ​ແຂວງ​ຂອງ​ກຳປູ​ເຈຍ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ວຽກ​ງານ​ໃຫ້​ຄຳ​ປຶກສາ​ໃຫ້ການ​ນຳ​ແຂວງ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ນັກຮົບ​ເກົ່າ ​ແລະ ສະມາຊິກ​ສະມາຄົມ​ນັກຮົບ​ເກົາ ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​ແດ​ນ 2 ປະ​​ເທດ​ຮ່ວມ​ມື, ຮ່ວມ​ສຳພັນ, ​ເຊື່ອມ​ຕໍ່​​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຮັກສາ​ສະຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ