ນັກຮຽນຫວຽດນາມ14ຄົນຈະເຂົ້າຮ່ວມການເສັງສີມືແຮງງານໂລກຄັ້ງທີ43
(ພາບປະກອບ)
(vovworld) - ຄະນະນັກຮຽນຫວຽດນາມ ລວມມີ 14 ຄົນຈະເຂົ້າຮ່ວມການເສັງສີມືແຮງງານໂລກຄັ້ງທີ 43 ເຊິ່ງຈັດຕັ້ງຢູ່ ບຣາຊິນ, ແຕ່ວັນທີ 5-17/8/2015. ຄະນະນັກຮຽນຫວຽດນາມ ຈະເຂົ້າຮ່ວມການເສັງ 13 ອາຊີບ. ໃນການເສັງນີ້, ຫວຽດນາມ ວາງຄາດໝາຍຮັບຫຼຽນໃຫ້ໄດ້. ພິທີເລີ່ມເດີນທາງໄປເຂົ້າຮ່ວມການເສັງສີືແຮງງານໂລກຄັ້ງທີ 43 ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍ, ໃນວັນທີ 4/8. ພິທີເປີດການເສັງສີມືແຮງງານໂລກຄັ້ງທີ 43 ຈະດຳເນີນໃນວັນທີ 11/8/2015.