(vovworld) - ຕອນເຊົ້າວັນທີ 29/4, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 38 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2013), 127 ປີແຫ່ງວັນກຳມະກອນສາກົນ (1/5/1886 – 1/5/2013) ແລະ ຕ້ອນຮັບບັນດາຂອງຂວັນອັນສູງສົງຂອງລັດ. ທີ່ພິທີສະເຫຼີມສະຫຼອງ, ທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ອ່ານສູນທອນພົດທົບທວນຄືນໄລຍະທາງປະຫວັດສາດໃນການຕໍ່ສູ້ປະຕິວັດຂອງຊາດ ຫວຽດນາມ, ພິເສດແມ່ນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ ເຊິ່ງບົ້ນເດັ່ນແມ່ນບັ້ນຮົບ ໂຮ່ຈີມນິນ ປະຫວັດສາດ, ປົດປ່ອຍພາກໃຕ້ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ. ທ່ານ ເລຮ່ວາງກວນ ເນັ້ນໜັກວ່າ:
“ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນນະຄອນຕັດສິນໃຈສ້າງສານະຄອນ ໂຮ່ຈີມິນ ໃຫ້ນັບມື້ນັບສີວິໄລ, ທັນສະໄໝ. ດ້ວຍບົດບາດແມ່ນຕົວເມືອງພິເສດ ນຳໜ້າໃນພາລະກິດຫັນເປັນປະເທດອຸດສາຫະກຳ, ທັນສະໄໝ, ກາຍເປັນສູນໃຫຍ່ກ່ຽວກັບເສດຖະກິດ, ການເງິນ, ການຄ້າວິທະຍາສາດເຕັກໂນໂລຢີຂອງປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເທື່ອລະກ້າວ. ສົມເປັນນະຄອນໃສ່ຊື່ຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່”
ໃນຕະຫຼອດ 38 ປີຜ່ານມາ, ອົງຄະນະພັກ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ສາມັກຄີກັນ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍເຈດຈຳນົງ ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜ່ານຜ່າທຸກໆຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ມີການປະກອບສ່ວນສຳຄັນເຂົ້າໃນວິວັດທະນາການເຕີບໂຕເສດຖະກິດຂອງປະເທດຊາດ. ໄວໜຸ່ມນະຄອນ ໄດ້ສະແດງຄວາມຕັດສິນໃຈຮຳ່ຮຽນ, ອອກແຮງງານຢ່າງບໍ່ຢຸດຢັ້ງ, ອຸທິດສ່ວນໃຫ້ແກ່ພາລະກິດພັດທະນາປະເທດຊາດ ແລະ ສ້າງນະຄອນໃຫ້ນັບມື້ນັບຮັ່ງມີ ສວຍງາມ. ເອື້ອຍ ເຈີນແທງຖາວ, ເລຂາຊາວໜຸ່ມເມືອງ 4 ຊີ້ແຈງວ່າ:
“ຊາວໜຸ່ມນະຄອນ ໂຮ່ຈີມິນ ແຕ່ລະຄົນ ຈະສືບຕໍ່ເສີມຂະຫຍາຍຫົວຄິດປະດິດສ້າງ, ປະຈັນບານ, ຂະຫຍັນຂັນເຄື່ອນຂອງຕົນໃນການຊອກຫາບັນດາມາດຕະການ, ວຽກງານທີ່ແທດຈິງເພື່ອປະກອບສ່ວນສ້າງນະຄອນ ໂຮ່ຈີມິນ ໃຫ້ນັບມື້ນັບສິວິໄລ, ທັນສະໄໝ.”