ນະຄອນ ໂຮ່ຈີມິນ: ລະດົມການສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” ໄດ້ເກືອບ 40 ຕື້ດົ່ງ
(VOVWORLD) - ຕອນຄ່ຳວັນທີ 18 ຕຸລາ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ແລະ ສະຖານີໂທລະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງສິລະປະ “ນະຄອນແຫ່ງສາຍມິດຈິດໃຈ - ເຊື່ອມຕໍ່ຄວາມຮັກແພງ” ຄັ້ງທີ 8 - ປີ 2018.
ລາຍການສະແດງສິລະປະ “ນະຄອນແຫ່ງສາຍມິດຈິດໃຈ - ເຊື່ອມຕໍ່ຄວາມຮັກແພງ” (ພາບ: hcmcpv.org.vn) |
ລາຍການໄດ້ຂົນຂວາຍການສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” ນະຄອນ ໂຮ່ຈີມິນ ໄດ້ເກືອບ 40 ຕື້ດົ່ງ.
ລາຍການສະແດງສິລະປະ ແນໃສ່ຮຽກຮ້ອງການປະກອບສ່ວນຂອງປະຊາຊົນທຸກຊັ້ນວັນນະ ສືບຕໍ່ສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ”, ເນື່ອງໃນໂອກາດເດືອນຈຸດສູມເບິ່ງແຍງດູແລໃຫ້ແກ່ຄົນທຸກຍາກ (17/10 – 18/11/2018).
ລາຍການມີເນື້ອໃນຫລາຍຢ່າງ, ສະແດງໃຫ້ເຫັນໝາກຜົນຂອງວຽກງານຂົນຂວາຍ, ເບິ່ງແຍງດູແລໃຫ້ຄົນທຸກຍາກໃນນະຄອນ ຕິດພັນກັບລາຍການ “ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ”, ຈຸດສຸມແມ່ນການແລກປ່ຽນກັບບັນດາແບບຢ່າງດີເດັ່ນທີ່ຫລຸດຟົ້ນອອກຈາກຄວາມທຸກຍາກ ກໍ່ຄືບັນດາຜູ້ໃຈບຸນໃຈກຸສົນທີ່ຕິດພັນກັບລາຍການເປັນເວລາຫລາຍປີຜ່ານມາ.